ລາວ ຍັງມີສິ່ງທ້າທາຍ ໃນແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ

ລາວ ຍັງມີສິ່ງທ້າທາຍ ໃນແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ. ນັບແຕ່ປີ 2018 ເຖິງປັດຈຸບັນ ອົງການປະຕິບັດງານສາມາດກວດກູ້ລະເບີດບໍ່ທັນແຕກໄດ້ປະມານ 11.000 ເຮັກຕາ, ໃນນັ້ນເປັນເນື້ອທີ່ກະສິກໍາ 6.636 ເຮັກຕາ, ສາມາດທໍາລາຍລະເບີດໄດ້ທັງໝົດ 162.654 ໜ່ວຍ.

ໃນນັ້ນ ບົມໃຫຍ່ 235 ໜ່ວຍ, ບົມບີ່ 130.445 ໜ່ວຍ, ມິນ 55 ໜ່ວຍ ແລະ ລະເບີດຊະນິດອື່ນໆ 31.919 ໜ່ວຍ, ການສໍາຫລວດທີ່ບໍ່ແມ່ນວິຊາການສາມາດປະຕິບັດໄດ້ 710 ບ້ານໃນນັ້ນສາມາດສໍາຫລວດວິຊາການໄດ້ 48.600 ກວ່າເຮັກ ແລະ ສາມາດຢັ້ງຢືນເປັນພື້ນທີ່ອັນຕະລາຍໄດ້ 34.000 ກວ່າເຮັກຕາ.

ນອກຈາກນັ້ນ, ອົງການປະຕິບັດງານຍັງໄດ້ຈັດການໂຄສະນາຜົນຮ້າຍຈາກ ລບຕ ໃຫ້ກັບບັນດາບ້ານເປົ້າໝາຍ ຈຳນວນຫລາຍຄັ້ງ ເຊິ່ງໄດ້ມີຜູ້ສົນໃຈເຂົ້າຮ່ວມທັງໝົດເກືອບ 4 ແສນຄົນ, ມີອຸບັດເຫດທີ່ເກີດຈາກ ລບຕ ຈໍານວນ 22 ຄັ້ງ ມີຜູ້ຖືກເຄາະຮ້າຍທັງໝົດ 31 ຄົນ, ບາດເຈັບ 26 ຄົນ ແລະ ເສຍຊີວິດ 5 ຄົນ.

ພ້ອມນີ້, ຍັງໄດ້ພະຍາຍາມຊີ້ນໍາໃຫ້ບັນດາອົງການປະຕິບັດງານ ແກ້ໄຂບັນຫາລະເບີດບໍ່ທັນແຕກຂອງລາວ ແລະ ຕ່າງປະເທດໃຫ້ໄດ້ປະສິດທິຜົນ ແລະ ສອດຄ່ອງກັບມາດຕະຖານແຫ່ງຊາດ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...