ນໍ້າປະປາ ນວ ເລັ່ງແກ້ໄຂຫຼັງນໍ້າງື່ມບົກແຫ້ງສຸດ ຮອບ 50 ປີ ຮຽກຮ້ອງໃຊ້ຢ່າງປະຢັດ

ໃນ 2-3 ວັນມານີ້ຫຼາຍບ້ານໃນ ນະຄອນຫຼວງວຽງຈັນ ປະເຊີນກັບການໃຊ້ນໍ້າປະປາຫຍຸ້ງຍາກອັນເນື່ອງຜົນມາຈາກສາຍນ້ຳງື່ມທີ່ເປັນແຫຼ່ງຜະລິດຫຼັກໄດ້ບົກແຫ້ງລົງຢ່າງໄວວາ ແລະໄດ້ຢູ່ລະດັບຕໍ່າກວ່າທໍ່ນຳສົ່ງນໍ້າຂອງສະຖານີດູດນໍ້າທ່າງ່ອນເພື່ອມາປ້ອນໂຮງງານນໍ້າປະປາດົງໝາກຄາຍທີ່ເປັນຜູ້ຕອບສະໜອງນໍ້າສຳຄັນຂອງນະ ຄອນຫຼວງ ຕ້ອງຢຸດການຜະລິດໄປ 2 ມື້ ທັງນີ້ພາກສ່ວນກ່ຽວຂ້ອງໄດ້ເລັ່ງແກ້ໄຂທຸກວິທີທາງພ້ອມຮຽກຮ້ອງໃຫ້ປະຊາຊົນຊົມໃຊ້ນໍ້າຢ່າງປະຢັດ.

ທ່ານຈັນທະວີ ຈັນສີຍະວົງ ຮອງຫົວໜ້າໂຮງງານພະລິດນໍ້າປະປາດົງໝາກຄາຍ 2 ໄດ້ເປີດເຜີຍຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງສົມໃນຕອນບ່າຍຂອງວັນທີ 23 ຕຸລານີ້ວ່າ: ໂຮງງານຜະລິດນໍ້າປະປາດົງໝາກຄາຍ 1,2 ເປັນໂຮງງານຂະໜາດໃຫຍ່ເພື່ອຜະລິດນໍ້າຕອບສະໜອງໃຫ້ແກ່ພໍ່ແມ່ປະຊາຊົນນະຄອນຫຼວງວຽງຈັນ (ນວ) ໂດຍສະເພາະແມ່ນເຂດເມືອງໄຊທານີ, ຈັນທະບູລີ ແລະເມືອງໄຊເຊດຖາ ໄດ້ຊົມໃຊ້ນໍ້າສະອາດຢ່າງທົ່ວເຖິງ.

ແຕ່ເນື່ອງຈາກປີນີ້ສະພາບຝົນຖີ້ມຊ້ວງໄວກວ່າທຸກໆປີເຮັດໃຫ້ສະພາບນໍ້າງື່ມບົກແຫ້ງລົງຜິດປົກກະຕິຫຼືຢູ່ໃນລະດັບຕໍ່າສຸດໃນຮອບ 50 ກວ່າປີ ເຮັດໃຫ້ຫົວທໍ່ສົ່ງນໍ້າເຂົ້າສະຖານີດູດນໍ້າທ່າງ່ອນຂາດເຂີນບໍ່ສາມາດນຳນໍ້າປ້ອນໂຮງງານດົງໝາກຄາຍໄດ້ຈຶ່ງຈຳເປັນຕ້ອງຢຸດການຜະລິດໃນ 2 ວັນມານີ້ເລີຍສົ່ງຜົນໃຫ້ການຊົມໃຊ້ນໍ້າຂອງບັນດາພໍ່ແມ່ປະຊາຊົນຢູ່ໃນບັນດາເມືອງດັງກ່າວມີຄວາມຫຍຸ້ງຍາກ.

ຈາກສະພາບຄືດັ່ງກ່າວໜ່ວຍງານທີ່ກ່ຽວຂ້ອງຈຶ່ງໄດ້ຊອກຫາທຸກວິທີທາງໃນແກ້ໄຂໜຶ່ງໃນນີ້ໄດ້ໃຊ້ໂປມນໍ້າເສີມ 1 ເຄື່ອງສາມາດດູດນໍ້າເຂົ້າສະຖານີໄດ້ 10 ພັນເມັດກອດຕໍ່ມື້ ແລະບວກກັບລະ ດັບນໍ້າເພິ່ມຂຶ້ນໃນມື້ນີ້ 5 ຊັງຕີແມັດ ສາມາດຕອບສະໜອງນໍ້າເຂົ້າໂຮງງານ ໄດ້ 60% ຈາກຈຳນວນປົກກະຕິແສນ 1,3 ເມັດກ້ອນຕໍ່ມື້ ແລະຖ້າຫາກວ່ານໍ້າຍັງບົກແຫ້ງລົງອີກທາງນໍ້າປະປາຈະເພີ່ມໂປມອີກ 1 ເຄື່ອງເພື່ອຕອບສະໜອງໄດ້ໃນລະດັບ 1 ສ່ວນວິທີແກ້ໄຂໄລຍະຍາວນັ້ນທາງນໍ້າປະປານະຄອນ ຫຼວງ ຫຼືທາງພາກລັດກຳລັງຈະຫາວິທີແກ້ໄຂ.

ທັ້ງນີ້ທັງນັ້ນໃນໄລຍະນີ້ທາງນໍ້າປະປານະຄອນຫຼວງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງນຳໃຊ້ນໍ້າປະຢັດມັດທະຍັດ ແລະຊອກຫາພາສະນະກັກໂຕ່ງນໍ້າໄວ້ເພື່ອນຳໃຊ້ໃນຊີວິດປະຈຳວັນ.

ສຳລັບນະຄອນຫຼວງວຽງຈັນປະຈຸບັນນອກຈາກທີ່ດົງໝາກຄາຍຍັງມີໂຮງງານຜະລິດນໍ້າປະປາທີ່ແສນດິນ, ທ່າເດື່ອ, ດົງບັງ, ຈິນາຍໂມ້ ແລະເກົ້າລ້ຽວລວມພະລັງການຜະລິດນໍ້າປະປາ 3 ແສນກວ່າເມັດກ້ອນຕໍ່ມື້ ທ່ານ ຈັນທະວີຈັນ ສີຍະວົງ ກ່າວ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ບຸນນິກ+ອາລຸນ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...