ລັດຖະບານ ມີແຜນເພີ່ມຕົວເລກລັດຖະກອນໃໝ່ອີກ 2,000 ຄົນ

ຕາມຂ່າວຫນັງສືພິມ ວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານມີແຜນ ຈະຮັບລັດຖະກອນ 2,000 ຄົນໃນປີ 2020 ເພີ່ມຈາກຈຳນວນ 1,500 ໃນປີນີ້.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງີນ ໄດ້ລາຍງານແຜນການດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກຳລັງດຳເນີນໃນປະຈຸບັນ.

ລັດຖະບານໄດ້ຂຶ້ນ ແຜນຕົວເລກລັດຖະກອນໃໝ່ 2,000 ຄົນໃນ ປີ 2020 ແລະ ໄດ້ຂື້ນແຜນລາຍ ຈ່າຍໄວ້ແລ້ວ.

ທ່ານ ສົມດີ ໄດ້ສະເໜີກອງປະຊຸມສະພາແຫງຊາດໃຫ້ພິຈາລະນາ ແລະ ຮັບຮອງ ເອົາຕົວເລກດັ່ງກ່າວ ແລະ ທ່ານ ຍັງກ່າວຕື່ມອີກວ່າ:

ໃນປີນີ້, ຈຳນວນພະນັກງານ ອອກຮັບອູດໜູນບໍານານມີປະມານ 4,000 ຄົນ ໂດຍອິງຕາມການລາຍງານຂອງ ກະຊວງພາຍໃນ. ດັ່ງນັ້ນ, ຕ້ອງໄດ້ຂື້ນແຜນທົນແທນໄວ້ ເພື່ອບໍ່ໃຫ້ມີການຂາດແຄນ.

ປີ 2018, ລັດຖະບານໄດ້ອະນຸມັດ 1,500 ຄົນ, ຕົວເລກດັ່ງກ່າວຫຼຸດລົງຈາກ ປີ 2017 ແມ່ນ 3,000 ຄົນ ເນຶ່ອງຈາກລັດຖະບານເຫັນວ່າອັດຕາສ່ວນຂອງລັດ ຖະກອນກວມເອົາຈຳນວນຫລາຍ ທຽບໃສ່ປະຊາກອນ.

ການຫຼຸດຈຳນວນລັດຖະກອນໃນປີຜ່ານມານັ້ນແມ່ນເພື່ອປັບປຸງໂຄງຮ່າງການຈັດຕັ້ງຂອງລັດໃຫ້ມີຄວາມກະທັດຮັດ, ມີປະສິດທິພາບໃນການດຳເນີນວຽກງານ ພະນັກງານຄົນໜຶ່ງສາມາດເຮັດຫຼາຍວຽກຢ່າງມີຄວາມຮັບຜິດຊອບ.

ອິງຕາມສະຖິຕິຂອງກະຊວງພາຍໃນ, ປະຈຸບັນ ຈຳນວນລັດຖະກອນມີທັງໝົດ 184,000 ຄົນ ຫລື ເທົ່າກັບ 2,8% ຂອງປະຊາກອນ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.