Monday, April 21, 2025

ຂໍ້ມູນຈາກຕຳຫຼວດ! ເລື່ອງເຫດການລັກລົດ ຢູ່ບຸນທາດຫຼວງ (ຕາມຄລິບວີດີໂອລົງສື່ອອນລາຍ)

ພາຍຫລັງໄດ້ມີສື່ສັງຄົມອອນລາຍ ໄດ້ລາຍງານວ່າ:

ມີຄົນບໍ່ດີລັກລົດໃຫຍ່ ຢູ່ ໃນງານບຸນທາດຫລວງ ໃນວັນທີ 8 ພະຈິກ 2019 ນີ້, ຕໍ່ກັບເຫດການດັ່ງກ່າວ ທາງຫນັງສືພິມລາວພັດທະນາ ໄດ້ສອບຖາມເຈົ້າຫນ້າທີ່ ປກສ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:

ເຫດການດັ່ງກ່າວບໍ່ແມ່ນເຫດລັກລົດ ຢູ່ ບຸນທາດຫລວງ ຊຶ່ງເຫດໄດ້ເກີດຢູ່ ບ້ານ ໂນນຫວາຍ, ໂດຍຜູ້ເປັນເຈົ້າຂອງລົດເກງຫມາຍເລກທະບຽນ ກຕ 0090 ໂດຍຜູ້ເປັນເຈົ້າຂອງລົດແມ່ນຢູ່ບ້ານ ສີໄຄ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ.

ໄດ້ເອົາລົດໃຫ້ຄົນຮູ້ຈັກຢືມແຕ່ປີ 2018 ແຕ່ ຄົນຮັກແພງນັ້ນບໍ່ສົ່ງຄືນ ພໍມາຮອດວັນທີ 8 ພະຈິກ ຜູ້ທີ່ເປັນເຈົ້າຂອງລົດທີ່ແທ້ຈິງນັ້ນໄດ້ມາພົບເຫັນຈຶ່ງຢາກເອົາລົດຄືນ ໃນຂະນະນັ້ນຊາຍ ທີ່ຢືມລົດໄປ ກໍບໍ່ຍອມສົ່ງໃຫ້ ແຕ່ໄດ້ຂັບລົດຫນີ ອອກມາ ຈົນມາຮອດເຂດຮ້ານ ອາຫານ ຫນອງອໍ້ ບ້ານ ໂນນສະຫວ່າງ ເມືອງ ສີໂຄດຕະບອງ ຈຶ່ງໄດ້ຈອດລົດຖີ້ມໄວ້ກາງປ່າ ກ່ອນຈະເອົາຕົວຫລົບຫນີ.

ປັດຈຸບັນເຈົ້າຫນ້າທີ່ກຳລັງຕິດຕາມຕົວມາສືບສວນ-ສອບສວນ.

ໂຈນໃຈກ້າລັກລົດກາງແຈ້ງ

โพสต์โดย Kojone World เมื่อ วันศุกร์ที่ 8 พฤศจิกายน 2019

ແຫຼ່ງຂໍ້ມູນ: ຫນັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.