Saturday, March 22, 2025

ອີກບໍ່ດົນ! ລາວຈະມີລະບົບເຄື່ອງຈັກຜະລິດນ້ຳມັນກາຊວນເອງຢູ່ພາຍໃນປະເທດ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ

ຫຼາຍພາກສ່ວນພວມຊ່ວຍເຫຼືອກັນຫາທາງອອກໃຫ້ລາວໄດ້ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດເທື່ອລະກ້າວ ໂດຍສະເພາະນ້ຳມັນທີ່ລາວນຳເຂົ້າ 100%, ຫຼ້າສຸດນີ້ມີຂ່າວວ່າ ໄດ້ມີບໍລິສັດຈາກລາວເດີນທາງໄປຮອດຍີ່ປຸ່ນ ເພື່ອຮ່ວມມືກັບສອງບໍລິສັດກຽມສ້າງລະບົບເຄື່ອງຈັກຜະລິດນ້ຳມັນກາຊວນຢູ່ລາວ.

ໂດຍຂໍ້ມູນໃຫ້ຮູ້ວ່າ:

ເມື່ອເດືອນ ມິຖຸນາ 2019 ທີ່ຜ່ານມາ, ຄະນະຜູ້ບໍລິຫານ ຂອງບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ໄດ້ເດິນທາງໄປເຊັນສັນຍາຮ່ວມທຸລະກິດ ກັບ ບໍລິສັດ Eneco holding , Japan ແລະ Eneco Enegy, Singapore ທີ່ ໂຕກຽວ ປະເທດ ຢີ່ປຸ່ນ,

ເຊິ່ງການເຊັນສັນຍາເປັນຄູ່ຮ່ວມທຸລະກິດກັບ ບໍລິສັດຊັ້ນນໍາດ້ານພະລັງງານທົດແທນຢ່າງເປັນທາງການໃນຄັ້ງນີ້ ຈະເປັນການຊ່ວຍຍົກລະດັບ ການພັດທະນາທາງດ້ານພະລັງງານທົດແທນ ທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ໂດຍສະເພາະໃນເລື່ອງຂອງການຫລຸດຜ່ອນຕົ້ນທຶນ ຈາກການນໍາເຂົ້ານໍ້າມັນເຊື້ອໄຟ ສ້າງຄວາມໝັ້ນຄົງ ທາງດ້ານພະລັງງານ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຜ່ານການຮັບຮອງຈາກສະຖາບັນຊັ້ນນໍາ ທັ້ງໃນ ຢີ່ປຸ່ນ, ສິງກະໂປ, ອົດສະຕາລີ.

ຫວັງວ່າພາຍໃນບໍ່ກາຍ 2019 ນີ້ ບໍລິສັດຈະສາມາດຕິດຕັ້ງລະບົບເຄື່ອງຈັກຜະລິດນໍ້າມັນກາຊວນ ທີ່ສະອາດ ປະຫຍັດ ຄຸນນະພາບລະດັບສາກົນ ໄວ້ຄອຍຮັບໃຊ້ຜູ້ບໍລິໂພກ ໂດຍເປົ້າຫມາຍຫລັກ ຂອງໂຄງການນີ້ ແມ່ນເນັ້ນຕອບສະໜອງໃຫ້ ລົດບັນທຸກ ທຸກຊະນິດ ໃນລະບົບໂລຈິສຕິກ ທາງບົກ ແລະ ກົນຈັກ ທຸກຊະນິດ ທີ່ໃຊ້ໃນອຸດສາຫະກຳ ປະເພດຕ່າງໆ .

ພາບປະກອບ

ຍັງບໍ່ມີລາຍງານວ່າ ວັດຖຸດິບທີ່ຈະນຳມາຜະລິດນັ້ນຈະໃຊ້ພືດພັນ ຫຼື ສິນຄ້າຊະນິດໃດມາຈາກໃສ ແຕ່ເມື່ອໂຄງການດັ່ງກ່າວພ້ອມດຳນເນີນການຜະລິດແມ່ນຈະກະຈາຍສາງບັນຈຸນ້ຳມັນໄວ້ຢູ່ 4 ແຂວງຄື ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ບໍ່ແກ້ວ ແລະ ແຂວງອັດຕະປື.

ແຫຼ່ງຂໍ້ມູນ: ຊຸບຊິບອັບເດດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່