Saturday, April 18, 2026
Kbank Laos โอน รับ จ่าย
-->

ປະຫວັດ ໝູ່ບ້ານຕີກອງຄູ່ ປະເພນີສືບທອດຂອງຊາວພວນ ແຫ່ງເມືອງໂພນສະຫວັນ ແຂວງຊຽງຂວາງ ​

ພາບປະກອບ

ບ້ານ​ໂພນ​ຄຳ​ຕັ້ງຢູ່ ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ ຂອງ​ຕົວ​ເມືອງ ​ໂພນ​ສະຫວັນ ​ປະມານ 33 ກິ​ໂລ​ແມັດ, ມີ​ໄລຍະ​ທາງ ​ແຕ່​ສາມ​ແຍກ​ໜອງ​ເປັດ​ໄປ​ປະມານ 6 ກິ​ໂລ​ແມັດ.

ບ້ານ​ດັ່ງກ່າວ​ຕັ້ງຢູ່​ໃນ​ເສັ້ນ​ແວງ​ທີ່ 103° 22’-103° -25’ ຕາ​ເວັນ​ອອກ ​ແລະ ​ເສັ້ນຂະໜານທີ່ 19° 16’-19° 18’​ເໜືອ​, ມີ​ຊາຍ​ແດນ​ຕິດ​ກັບ​ໝູ່​ບ້ານ​ ທີ່​ສຳຄັນ​ເຊັ່ນ:

ທິດ​ເໜືອ​ຕິດ​ກັບພູ​ສັນ, ທິດ​ໃຕ້​ຕິດ​ກັບ ບ້ານ​ສາງ​ເພັດ, ທິດຕາ​ເວັນ​ອອກ​ຕິດ​ກັບ ບ້ານນາ​ເມືອງ, ທິດຕາ​ເວັນ​ຕົກ​ຕິດ​ກັບ ບ້ານ​ໂພນ​ໄຊ. ບ້ານ​ໂພນ​ຄຳ ປະກອບ​ດ້ວຍ 38 ຫຼັງຄາ​ເຮືອນ.

ບ້ານ​ດັ່ງກ່າວ ​ເປັນ​ບ້ານ​ຂອງ​ຊົນ​ເຜົ່າ​ລາວ​ລຸ່ມ,​ ເຜົ່າ​ພວນ ​ແລະ ນັບຖືສາສະໜາ​ພຸດ, ປະຊາຊົນ​ພາຍ​ໃນ​ບ້ານ​ຢຶດຖື​ອາຊີບ​ເຮັດ​ນາ ​ແລະ ລ້ຽງສັດ​ເປັນ​ສ່ວນ​ໃຫ່ຍ, ມີ​ອາຊີບ​ສຳຮອງ ​ໂດຍ​ການ​ປູກ​ພືດ​ກະສິກຳ ​ແລະ ​ໄປ​ມາ​ຄ້າຂາຍ​ພຽງ​ເລັກ​ນ້ອຍ.

ພາບປະກອບ

​ກອງ​ຄູ່​ເປັນ​ວັດຖຸ​ໜຶ່ງ ​ທີ່​ຕິດ​ພັນ​ກັບ​ຊີວິດ ຂອງ​ຊາວ​ລາວ​​ເຜົ່າ​ພວນ ​ມາ​ແຕ່​ດຶກ​ດຳ​ບັນ, ຊາວບ້ານ​ມີ​ຄວາມ​ເຊື່ອ​ກັນ​ວ່າ:

ການ​ຕີ​ກອງ​ຄູ່​ໄດ້​ເຮັດ​ໃຫ້​ສັດຕູ​ພືດ​ເຊັ່ນ: ບົ້ງ, ໜູ ​ແລະ ພວກ​ແມງ​ໄມ້​ ທີ່​ທຳລາຍ​ຜົນລະປູກ​ໜີ​ອອກ​ຈາກ​ພື້ນທີ່. ຈາ​ກກ​ານບອກ​ເລົ່າ​ຂອງ​ຊາວບ້ານແລ້ວ​ເຫັນ​ວ່າ: ​

ໃນ​ຍຸກ​ສະ​ໄໝ​ຂອງ ​ເຈົ້າ​ນອຍ​ເມືອ​ງພວນ​ ໄດ້​ມີ​ແມ່ໝ້າຍ​ຄົນ​ໜຶ່ງ ​ທີ່​ດຳລົງ​ຊີວິດ​ໂດຍ​ການ​ເຮັດ​ນາ ​ຕໍ່​ມາ​ກໍ່​ເກີດ​ມີ​ສັດຕູ​ພືດ​ທຳລາຍ ​ຜົນລະປູກ​ຢ່າງ​ໜັກ​ເຊັ່ນ: ຊ້າງ, ໜູ ​ແລະ ບ່າງ ​ແມ່ໝ້າຍ​ບໍ່​ຮູ້​ຈະ​ສະກັດ​ກັ້ນ ພວກ​ສັດ​ຮ້າຍ​ດັ່ງກ່າວ​ໄດ້​ແນວ​ໃດ, ແຕ່​ລະ​ວັນ​ເມື່ອ​ພວກ​ສັດ​ດັ່ງກ່າວ​ເຂົ້າກິນ​ຜົນລະປູກ​ແມ່ ໝ້າຍ​ກໍ່​ໄດ້​ແຕ່​ເຄາະ​ໄມ້ ​ແລະ ຮົ້ວ​ໃຫ້​ສັດ​ຮ້າຍ​ໜີ​ໄປ​, ​ແຕ່​ບໍ່​ພໍຄາວ​ສັດ​ຮ້າຍ​ດັ່ງກ່າວ​ກໍ່​ກັບ​ມາ​ອີກ,

ສະພາບ​ການ​ດັ່ງກ່າວ ​ໄດ້​ສືບ​ຕໍ່​ເປັນ​ເຊັ່ນ​ນັ້ນຕະຫຼອດ​ມາ ຈົນ​ແມ່ໝ້າຍ​ມີ​ຄວາມ​ກັງວົນ​ຫຼາຍວ່າ​ ຈະ​ບໍ່​ໄດ້​ກິນ​ຜົນລະປູກ​ດັ່ງກ່າວ, ຢູ່​ມາ​ມື້ໜຶ່ງ​ແມ່ໝ້າຍ​ໄດ້​ເອົາ​ໜັງ​ສັດ ​ທີ່​ຕົນ​ມີ​ແຮ​ໄວ້ ​ເພື່​ອ​ເປັນ​ອາຫ​ານມາ​ຕາກ​ໄວ້​ຄົກ​ຕຳ​ເຂົ້າ ​ໃນ​ຂະນະ​ດຽວ​ກັນ​ ພວກ​ສັ​ກຮ້າຍ​ກໍ່​ກຳລັງ​ກິນ​ຜົນລະປູກ​ຢູ່, ​ແມ່ໝ້າຍ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ ​ລາວ​ເລີຍ​ຈັບ​ເອົາ​ໄມ້​ຟາດ​ໜັງ​ທີ່​ຕາກ​ໄວ້​ທັນທີ, ຍ້ອນ​ຄວາມ​ດັງ​ຂອງ​ສຽງ​ກະທົບ​ດັ່ງກ່າວ ​ສັດ​ຮ້າຍ​ທັງ​ໝົດ​ກໍ່​ເລີຍ​ໜີ​ໄປ ​ແລະ ກໍ່​ບໍ່​ກັບ​ມາ​ອີກ​ເລີຍ. ຢູ່​ຕໍ່​ມາ​ສັດ​ຮ້າ​ຍດັ່ງກ່າວ ​ໄດ້​ເຂົ້າມາ​ກິນ​ຜົນລະ​ປູກ​ ຂອງ​ເຈົ້າ​ນ້ອຍ​ເມືອງ​ພວນ ຜູ້​ທີ່​ເປັນ​ເຈົາປົກຄອງ​ແຜ່ນດິນ​ເມືອງ​ພວນ. ​

ພາບປະກອບ

ເຈົ້າ​ນ້ອຍ​ບໍ່​ຮູ້​ຈະ​ປາບ​ສັດ​ຮ້າຍ​ດັ່ງກ່າວ​ໄດ້​ແນວ​​​ໃດ ທ່ານ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເສນາ​ອາມາດ ຊອກ​ຫາ​ວິທີ​ການ​ຈັດການ​ກັບ​ສັດ​ຮ້າຍ​ດັ່ງກ່າວ, ຢູ່​ມາ​ບໍ່​ດົນ​ກໍ່​ຮູ້​ຂ່າວ​ວ່າ ​ແມ່ໝ້າຍ​ສາມາດ​ປາບ​ສັດ​ຮ້າຍ​ໄດ້​ດີ​ດັ່ງນັ້ນ,​ ເຈົ້ານ້ອຍ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເສນາ​ຜູ້​ຮອບ​ຮູ້ ​ໄປ​ສອບ​ຖາມ​ລາຍ​ລະອຽດ​ນຳ​ແມ່ໝ້າຍ, ​ແມ່ໝ້າຍ​ໄດ້​ເລົ່າ​ລາຍ​ລະອຽດ​ ທຸກ​ຢ່າງ​ໃຫ້​ຟັງ ຈາກ​ນັ້ນ​ເຈົ້າ​ນ້ອຍ​ເມືອງ​ພວນ ​ຈຶ່ງ​ໄດ້​ນຳ​ວິທີ​ການ​ດັ່ງກ່າວ​ມາ​ປັບປຸງ​ຂຶ້ນ ​ໂດຍ​ການ​ນຳ​ໜັງ​ສັດ​ມາ​ຫົ້ມ​ໄມ້​ ທີ່​ຄັວດ​ໄວ້​ຄື​ກັບ​ຄົກ​ຕຳ​ເຂົ້າ​ ແລ້ວ​ນຳ​ມາຕີ​ເພື່ອ​ຂັບ​ໄລ່​ສັດ​ຮ້າຍ​ດັ່ງກ່າວ. ​

ເຈົ້າ​ນ້ອຍ​ເຫັນ​ວ່າ​ໄດ້​ຮັບ​ຜົນ​ ຈຶ່ງ​ໄດ້​ນຳ​ວິທີ​ການ​ດັ່ງ​ກ່າວ​ໄປ​ເຜີຍ​ແຜ່​ໃຫ້​ລາ​ຊະ​ດອນ​ ເພື່ອ​ໄປ​ປະຕິບັດ ​ແລະ ສືບ​ເນື່ອງ​ກັນ​ມາ​ຈົນ​ເຖິງ​ທຸກ​ວັນນີ້.

ແຫຼ່ງຂໍ້ມູນ: ເວບໄຊແຂວງຊຽງຂວາງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.