Tuesday, May 26, 2026
Kbank Laos โอน รับ จ่าย
-->

ປະຫວັດຄວາມເປັນມາ ເມືອງໂພນໂຮງ ເມືອງທີ່ຕັ້ງຢູ່ໂພນສູງ ຂອງແຂວງວຽງຈັນ

ພາບປະກອບ

ທົ່ງໂພນໂຮງສະໄໝບູຮານ

ຜື່ນແຜ່ນດິນທີ່ຮາບພຽງດີ ມີທົ່ງນາກ້ວາງໃຫຍ່ຍາວໄກ ທົ່ງນາດັ່ງກ່າວມີຢູ່ເປັນຍ່ານກ້ວາງໆເພາະມັນຖືກຂີດຂັ້ນດ້ວຍໂນນປ່າ, ປ່າທາມ, ບວກໜອງຮ່ອງຫ້ວຍ, ບ້ານເຮືອນ…….ຜືນແຜ່ນດິນແຫ່ງນີ້ ປັດຈຸບັນເພີ່ນເອີ້ນວ່າ: ເມື່ອງໂພນໂຮງ ຊຶ່ງຂື້ນກັບແຂວງ ວຽງຈັນ.

ເມືອງໂພນໂຮງມີເສັ້ນທາງເລກທີ 13 ເໜືອ ຜ່ານກາງເຄີ່ງແຕ່ໃຕ້ຮອດເໜືອ, ເມືອງດັ່ງກ່າວມີທີ່ຕັ້ງ ດັ່ງນີ້:

ທິດໃຕ້ຕິດກັບນະຄອນຫຼວງວຽງຈັນ(ເມືອງນາຊາຍທອງ) ສວ່ນໜື່ງຂອງເມືອງທຸລະຄົມ, ທິດເໜືອຕິດກັບເມືອງຫີນເຫີບທີ່ສັນພູພະນັງ, ທິດຕາເວັນຕົກຕິດກັບເມືອງສັງທອງຕາມສັນພູພະນັງ ຜື່ນທີ່ດ້ານຕາເວັນຕົກນີ້ (ຖ້ານັບແຕ່ເສັ້ນທາງເລກທີ13ເໜືອ ໄປຫາສັນພູພະນັງ) ມັນເປັນຜື່ນແຜ່ນດິນທີ່ບໍ່ຮາບພຽງມີແຕ່ໂນນປ່າດົງ, ຮ່ອມຫ້ວຍ, ພະລານຫີນ ສະຫຼັບສັບຊ້ອນ

ຍ້ອນແນວນິ້ຈື່ງບໍ່ເປັນທີ່ໜ້າຢູ່ຂອງຄົນຍຸກບູຮານພໍເທົ່າໄດເພາະບໍ່ປະກົດເຫັນຮ່ອງຮອຍການທຳມາຫາກິນຂອງຜູ້ຄົນໃນອາດີດ, ທິດຕາເວັນອອກຕິດກັບເມືອງແກ້ວອຸດົມ ແລະ ເມືອງວຽງຄຳ ຖ້ານັບແຕ່ເສັ້ນທາງເລກທີ 13 ເໜືອ ດ້ານຕາເວັນອອກໄປຫາເຂດແດນສອງເມືອງດັ່ງກ່າວ  ຈະເຫັນວ່າມີຈຸດພິເສດເດັ່ນຄື:

ເປັນຜື່ນທີ່ຮາບພຽງດີ ມີຮ່ອງຮອຍຂອງຄົນບູຮານຫຼາຍບ່ອນຫຼາຍຢ່າງ,  ໃນນີ້  ທີ່ເດັ່ນກວ່າໜູ່ກໍ່ແມ່ນທ້ອງທົ່ງນາທີ່ກ້ວາງໄກມີຢູ່ເປັນຍ່ານ ເປັນເຂດ  ທົ່ງນາທີ່ວ່ານີ້  ໄດ້ເກີດຈາກຢາດເຫືອແຮງງານຂອງຄົນສະໄໝບູຮານໂດຍຜ່ານການດັດແປງຫຼາຍຍຸກຫຼາຍສະໄໝມາແລ້ວຊື່ງເຮົາບໍ່ສາມາດຈົດກ່າຍນຳມາໃຫ້ທ່ານຮູ້ນຳໄດ້  ຫາກປະຫວັດສາດຂອງຊາດລາວເຮົາກໍຄືປະຫວັດສາດຂອງແຂວງວຽງຈັນເປັນໄປແນວໃດ  ຜູ້ຄົນທີ່ຢູ່ທົ່ງບູຮານແຫ່ງນີ້ກໍຄົງເປັນໄປເຊັ່ນນັ້ນ. 

ພາບປະກອບ

ເພິ່ນເອີ້ນຊື່ວ່າ : ໂພນໂຮງກໍເພາະວ່າ:

ມັນຕັ້ງຢູ່ໂພນສູງ  ຄຳວ່າ “ ໂຮງ ” ເພີ່່ນສັນນິຖານວ່າໄດ້ມາຈາກຄວາມເລົ່າລືກ່ຽວກັບເລື່ອງພະເວດສັນດອນເພາະທີ່ນີ້ເພີ່ນເຊື່ອວ່າ  ແມ່ນທີ່ຕັ້ງຫໍໂຮງຂອງພະເວດສັນດອນ,  ແຕ່ມີບາງກຸ່ມຄົນກໍວ່າ “ ໂຮງ ” ໄດ້ມາຈາກ ຊືື່ ຜີເງຶອກໂຕໜື່ງທີ່ມີຊື່ວ່າ  “ ນາງໂຮງ ”  ມັນມີລິດເດດເຂັດຢໍາຫຼາຍວັງນ້ໍ້າທີ່ນາງໂຮງຢູ່ກໍ່ແມ່ນຫ້ວຍນໍ້າລິນ ແລະ ບ້ານໂພນໂຮງປຸກສ້າງເຮືອນບຽດໂຄມເອົາໝົດ.

ເມືອງໂພນໂຮງພາຍໃຕ້ລະບອບໃໝ່

ຊາວເມືອງໂພນໂຮງກໍ່ຄືປະຊາຊົນທົ່ວທັງປະເທດທີ່ມີຄວາມເບື່ອໜ່າຍຕໍ່ກັບແອກປົກຄອງຂອງລະບອບລ່າເມືອງຂື້ນແບບເກົ່າ ແລະ ໃໝ່  ມາດົນນານເຖິງ 80 ກວ່າປີ ແລະ ເຫັນໄດ້ໃນແນວທາງຍຸຕິທຳຂອງຝ່າຍກຳລັງຮັກ ຊາດ  ດັ່ງນັ້ນປະຊາຊົນລາວທົ່ວທັງປະເທດ  ຈື່ງພ້ອມພຽງກັນລຸກຂື້ນຕໍ່ສູ້ເພື່ອປົດປ່ອຍເອົາປະເທດຊາດຂອງຕົນໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຈັກກະພັດຈົນໄດ້ໄຊຊະນະໃນທ້າຍປີ ຄ.ສ 1975 ຫຼັງຈາກມື້ນັ້ນມາເມືອງໂພນໂຮງຈື່ງມີຄົນລາວປົກຄອງກັນເອງຢ່າງສົມບູນ.

ບແຕ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນມາ  ຊາວເມືອງໂພນໂຮງ  ໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄື :

ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ  ອັນມີພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ ແລະ ເພື່ອຮັກສາໝາກຜົນຂອງການປະຕິວັດ ຄະນະພັກ ອົງການປົກຄອງເມືອງໂພນໂຮງປັດຈຸບັນ ທົ່ວເມືອງມີສະຖຽງລະພາບໝັ້ນຄົງດີ ມີໄຟຟ້າ, ນ້ຳປະປາ ,ທາງສາຍໂພນໂຮງ – ບ້ານເກິນ ໃນອາດີດທີ່ເປັນທາງກວຽນແລ້ວປ່ຽນມາເປັນທາງແດງທາງດຳ ດຽວນີ້ປ່ຽນມາເປັນທາງເບຕົ່ງ ທາງຫຼາຍເສັ້ນມີລົດລາພາຫະນະແລ່ນຕະຫຼອດກາງເວັນກາງຄືນ ແລະ ມີເຮືອນຕຶກເຮືອນກໍ່ປຸກຂື້ນລຽນຕິດລຽນຕໍ່ກັນ ແລະ ອື່ນໆ

ທີ່ລ້ວນແຕ່ໃຫ້ຄວາມສະດວກແກ່ຊາວເມືອງເປັນຢ່າງດີ. ພິເສດດ້ານຕາເວັນຕົກຂອງເມືອງທີ່ຄົນບູຮານບໍ່ຢາກຢູ່ຍຸກນັ້ນ ດຽວນີ້ນອກຈາກມີບ້ານຄົນ ແລະ ທາງແຍກເຂົ້າຫຼາຍເສັ້ນທາງແລ້ວ ຍັງມີສຳນັກງານອົງການຕ່າງໆທັງພາກລັດ ແລະ ເອກະຊົນໄປຕັ້ງຢູ່ ມີນິຄົມ, ຟາມລຽ້ງສັດຂະໜາດນ້ອຍໃຫຍ່, ມີໂຮງຈັໂຮງງານ, ສວນໄມ້ອຸສາຫະກຳ ແລະ ກິດໝາກຢ່າງກ້ວາງຂວາງ…

ພາບປະກອບ

ທັງນີ້ກໍ່ຍ້ອນວ່າທ່ານເຈົ້າເມືອງແຕ່ລະທ່ານຢູ່ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທຸກທ່ານໄດ້ນຳເອົາແນວທາງຂອງພັກ-ລັດມາໝູນໃຊ້ ແລ້ວນຳພາຊາວເມືອງເລັ່ງລັດພັດທະນາດ້ວຍຄວາມຮັກແພງສາມັກຄີ ເຮັດໃຫ້ແຕ່ລະບ້ານທີ່ມີຄອບຄົວທຸກຈົນ, ຫຼຸດພົ້ນຈາກຄວາມທຸກຍາກເປັນກ້າວໆ

ມີບ້ານແບບຢ່າງທີ່ດີຫຼາຍບ້ານ, ເອົາໃຈໃສ່ປະຕິບັດວຽກງານສາມສ້າງຢ່າງເປັນລະບົບ ແລະ  ນຳເອົາທຸກມະຕິຄຳສັ່ງຂອງພັກ-ລັດມາຄົ້ນຄ້ວາໃຫ້ຖືກຕ້ອງແທດເໝາະກັບຕົວຈິງ ແລະ ຫງຽງຫູຟັງມະຫາຊົນດ້ວຍຄວາມຮີ່ນຕອງ ດັ່ງນັ້ນ ຈີ່ງເຮັດໃຫ້ເມືອງໂພນໂຮງຈະເລີນງອກງາມເປັນກ້າວໆໄປຕາມຍຸກຕາມສະໄໝ ແລະ ເທົ່າທຽມກັບບາດກ້າວການເດີນຂອງປະເທດຊາດກໍຄືບາດກ້າວຂອງຍຸກໂລກາວິວັດ.

ແຫຼ່ງຂໍ້ມູນ: ເວບໄຊແຂວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ