ໄອຊີທີ/ບລັອກເຊນ ຈະຊ່ວຍທຸລະກິດຍຸກດິຈິຕອລໃຫ້ເຂັ້ມແຂງ

ພາບປະກອບ

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດສໍາລັບອາຊຽນ ແລະ ອາຊີຕາເວັນອອກ ( ERIA ) ແລະ ສະມາຄົມການຄ້າໄອຊີທີລາວ ( LICA ) ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ ICT/Block chain ”.

ຈຸດປະສົງກໍເພື່ອເປັນການເຜີຍແຜ່ທິດທາງການພັດທະນາໄອຊີທີຂອງ ສປປ ລາວ, ການຖ່າຍທອດບົດຮຽນ – ປະສົບການໃນການຈັດຕັ້ງປະຕິບັດດ້ວຍການນໍາໃຊ້ໄອຊີທີໃນພາກທຸລະກິດ ແລະ ພາກອຸດສາຫະກຳ ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ, ທັງເປັນການສືບຕໍ່ພັດທະນາໃນຂະແໜງອຸດສາຫະກຳຂອງລາວ ແຕ່ປີ 2016 – 2030.

ພາບປະກອບ

ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ຈຸດປະສົງຂອງການສຳມະນາໃນຄັ້ງນີ້ແມ່ນກ່ຽວກັບເຕັກໂນໂລຊີຂໍ້ມູນ – ຂ່າວສານໄອຊີທີ ເຊິ່ງຈະໄດ້ລົງເລິກລາຍລະອຽດຂອງການນຳໃຊ້ບລັອກເຊນ ( Block chain ) ຈາກຜູ້ຊ່ຽວຊານ, ເນື່ອງຈາກລະບົບໄອຊີທີໄດ້ມີບົດບາດສໍາຄັນໃນຊີວິດປະຈໍາວັນ, ທຸລະກິດ ແລະ ການພັດທະນາເສດຖະກິດ – ສັງຄົມ.

ສະນັ້ນ, ພວກເຮົາຕ້ອງໃຫ້ທັນກັບຍຸກສະໄໝດ້ວຍການນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການຄ້າເອເລັກໂຕຣນິກ, ທຸລະກຳທາງດ້ານການເງິນ, ທະນາຄານ ແລະ ອື່ນໆ ເຊິ່ງພວກເຮົາໄດ້ຮ່ວມກັບ ERIA ຈັດສໍາມະນາ ເຊິ່ງຈະເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ກ່ຽວກັບບລັອກເຊນຫຼາຍຂຶ້ນ ແລະ ເປັນຂໍ້ມູນທີ່ດີ ເພື່ອນໍາໄປປະຍຸກໃຊ້ເຂົ້າໃນທຸລະກິດ ໂດຍຜ່ານການແບ່ງປັນຄວາມຮູ້ຈາກຜູ້ຊ່ຽວຊານໃນແຕ່ລະຂະແໜງການ.

ພາບປະກອບ

ໂອກາດນີ້, ທ່ານ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ), ກໍໄດ້ຍົກໃຫ້ເຫັນເຖິງສະພາບການພັດທະນາລະບົບໄອຊີທີຂອງ ສປປ ລາວ, ການຫັນເປັນທັນສະໄໝທາງດ້ານດິຈິຕອລຢູ່ສາກົນ, ແຜນການຫັນເປັນທັນສະໄໝຂອງລາວ ລວມທັງນະໂຍບາຍດ້ານຕ່າງໆ ເຊິ່ງວຽກງານໄອຊີທີແມ່ນມີການພັດທະນາຢ່າງວ່ອງໄວ ແລະ ເປັນກຸນແຈສໍາຄັນໃນການຂັບເຄື່ອນເສດຖະກິດຢ່າງກ້າວກະໂດດ ເພາະການຫັນເປັນດິຈິຕອລ ຈະຊ່ວຍໃຫ້ການເຊື່ອມຕໍ່ຂໍ້ມູນ – ຂ່າວສານໄດ້ທົ່ວເຖິງ ທັງເປັນວາລະແຫ່ງຊາດຂອງ ສປປ ລາວ ທີ່ຈະຫັນເປັນທັນສະໄໝໃນອະນາຄົດ.

ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນປະທານສະມາຄົມການຄ້າໄອຊີທີລາວ ກ່າວບາງຕອນສຳຄັນ ວ່າ:

ພາບປະກອບ

ສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ ມີຄວາມຈໍາເປັນຕ້ອງຫັນເປັນດິຈິຕອລ ເນື່ອງຈາກການນຳໃຊ້ລະບົບໄອຊີທີມີ ຄວາມສໍາຄັນຢ່າງຍິ່ງຕໍ່ກັບການພັດທະນາຜະລິດຕະພັນ, ການເຂົ້າຫາແຫຼ່ງທຶນ ແລະ ອື່ນໆ ເຊິ່ງໄລຍະຜ່ານມາກໍມີຫຼາຍຂະແໜງການນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ໂດຍສະເພາະໃນຂະແໜງການຄ້າ, ທະນາຄານ, ສະຖາບັນການເງິນອື່ນໆ.

ຄຽງຄູ່ກັນນັ້ນ, ພາກລັດເອງກໍຕ້ອງໄດ້ສົ່ງເສີມເຂົາເຈົ້າເພື່ອໃຫ້ສາມາດດໍາເນີນທຸລະກິດຢ່າງມີປະສິດທິພາບ ລວມທັງສະຕາດອັບທີ່ກໍາລັງມີການພັດທະນາຢູ່ເລື້ອຍໆ ກໍຈະເປັນທ່າແຮງທີ່ສໍາຄັນໃນການພັດທະນາເສດຖະກິດ – ສັງຄົມ.

ທ່ານ ດຣ. ລູຣອງ ເຊັນ ( Lurong Cheng ) ນັກເສດຖະສາດປະຈໍາສະຖາບັນ ERIA ກໍໃຫ້ທັດສະນະຕື່ມອີກວ່າ:

ໃນຍຸກປັດຈຸບັນການຫັນເປັນດິຈິຕອລມີທ່າອ່ຽງສູງຂຶ້ນໃນຂະແໜງການຄ້າ – ການລົງທຶນ ເຊິ່ງເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງມີການຂະຫຍາຍຕົວຢ່າງຕັ້ງໜ້າໃນໂລກກໍຄືອາຊຽນ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ການປັບປຸງຜະລິດຕະພັນ, ການຕະຫຼາດ, ການຫຼຸດຜ່ອນຕົ້ນທຶນການຜະລິດ, ແຕ່ໄດ້ສິນຄ້າຄຸນນະພາບສູງ ລວມທັງການເຂົ້າຫາແຫຼ່ງທຶນ; ຫຼຸດຜ່ອນ ຄວາມບອບບາງທີ່ອາດເປັນຜົນກະທົບຕໍ່ການດໍາເນີນທຸລະກິດຂອງ SME ແລະ ອື່ນໆ.

ທ່ານ ມິດຊຸຮິໂຣ ເມດະ ( Mitsuhiro Maeda ) ຜູ້ຊ່ຽວຊານຈາກສະຖາບັນ ERIA ກໍໄດ້ອະທິບາຍກ່ຽວກັບການນໍາໃຊ້ບລັອກເຊນໃນທົ່ວໂລກ, ຂັ້ນຕອນການນໍາໃຊ້ບລັອກເຊນ, ຄວາມປອດໄພຂອງຂໍ້ມູນ – ຂ່າວສານຕ່າງໆ ລວມທັງການສ້າງ ບລັອກເຊນ ທີ່ເປັນສາທາລະນະ, ການນໍາໃຊ້ເຂົ້າໃນທຸລະກິດ ແລະ ການນໍາໃຊ້ສໍາລັບພາກລັດ.

ນອກນັ້ນ, ຍັງມີບັນດາສະກຸນເງິນປະເພດຕ່າງໆທີ່ການແລກປ່ຽນຊື້ – ຂາຍໃນອອນລາຍປັດຈຸບັນ ເປັນຕົ້ນແມ່ນ: ບິດຄອຍ, ລາຍຄອຍ, ອິນເທີຣຽມ ແລະ ອື່ນໆ ເພື່ອເປັນການແລກປ່ຽນບົດຮຽນ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມລາຍລະອຽດຕ່າງໆທີ່ກ່ຽວຂ້ອງກັບບລັອກເຊນ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 13 ມິຖຸນາຜ່ານມາ ທີ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ມີບັນດາຜູ້ຕາງໜ້າຈາກອົງການໄຈກາ, ເຈັດໂຕຣ, ກະຊວງ ປທສ, ກະຊວງ ອຄ, ສະມາຄົມການຄ້າໄອຊີທີລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ຂ່າວ – ຮູບ: ສົມສະຫວິນ ] ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...