ກົມສ່ວຍສາອາກອນ ວາງເປົ້ານຳທຸລະກິດເຂົ້າ ອມພ ເພີ່ມຂຶ້ນເປັນ 15 – 16% ພ້ອມຊີ້ລາຍຮັບຈະເພີ່ມຂຶ້ນຕາມ

ປີ 2019 ຂະແໜງສ່ວຍສາອາກອນໄດ້ສືບຕໍ່ຜັນຂະຫຍາຍການນໍາໃຊ້ລະບົບການຈັດເກັບລາຍຮັບຜ່ານລະບົບເອເລັກໂຕຣນິກ TaxRIS ໄດ້ທັງໝົດ 15 ແຂວງ 10 ເມືອງ ແລະ 3 ນະຄອນ ໂດຍສະເພາະແມ່ນການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ.

ຜ່ານການຕີລາຄາພົບວ່າມີຜູ້ປະກອບການ ແລະ ປະຊາຊົນທົ່ວໄປມອບລາຍຮັບດ້ວຍຕົນເອງຜ່ານລະບົບດັ່ງກ່າວ ກວມເຖິງ 90%.

ໃນນັ້ນ, ຊໍາລະຜ່ານລະບົບທະນາຄານ ກວມເອົາເກືອບ 60% ຂອງລາຍຮັບສ່ວຍສາອາກອນໃນປີ 2019.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວລາຍງານໃນກອງປະຊຸມວຽກງານການເງິນ ປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ໃນເດືອນທັນວາຜ່ານມາວ່າ: ການປັບປຸງການຫັນເປັນທັນສະໄໝ ໃນປີ 2019 ແມ່ນໄດ້ສືບຕໍ່ຜັນຂະຫຍາຍການນໍາໃຊ້ລະບົບການຈັດເກັບລາຍຮັບສ່ວຍສາອາກອນ ຜ່ານລະບົບ TaxRIS ໄດ້ທັງໝົດ 15 ແຂວງ 10 ເມືອງ 3 ນະຄອນ;

ຫັນການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ແລະ ເພີ່ມປະສິດທິພາບໃຫ້ຜູ້ເສຍພັນທະຊໍາລະຜ່ານລະບົບທະນາຄານຫຼາຍຂຶ້ນ, ສັງລວມແລ້ວຂະບວນການສົ່ງເສີມການແຈ້ງລາຍຮັບ ແລະ ມອບລາຍຮັບດ້ວຍຕົນເອງດ້ວຍລະບົບເອເລັກໂຕຣນິກ TaxRIS ກວມເຖິງ 90%.

ໃນນັ້ນ, ຊໍາລະຜ່ານລະບົບທະນາຄານ ກວມເອົາເກືອບ 60% ຂອງລາຍຮັບສ່ວຍສາອາກອນ ໃນປີ 2019.ສໍາລັບຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ( ອມພ ) ກວມເອົາພຽງແຕ່ 9% ຂອງຈໍານວນຫົວໜ່ວຍທຸລະກິດທັງໝົດ ຄາດຄະເນຈະເກັບລາຍຮັບໄດ້ 2.963 ຕື້ກີບ ກວມເອົາ 25,83% ຂອງລາຍຮັບສ່ວຍສາອາກອນ. ເວົ້າສະເພາະຫົວໜ່ວຍມອບເໝົາທັງໝົດມີ 53.900 ຫົວໜ່ວຍ.

ໃນນັ້ນ, ມີລາຍຮັບສະເລ່ຍຫຼາຍກວ່າ 400 ລ້ານກີບຕໍ່ປີຂຶ້ນໄປກວມຫຼາຍກວ່າ 30%.

ຍົກຕົວຢ່າງໃນ 4 ແຂວງ ເຊັ່ນ:

ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ ແລະ ຫຼວງພະບາງ ໃນປີ 2019 ຜ່ານມາ ມີເປົ້າໝາຍຂະຫຍາຍຈາກຫົວໜ່ວຍມອບເໝົາເຂົ້າສູ່ລະບົບ ອມພ ຈໍານວນ 1.132 ຫົວໜ່ວຍ, ແຕ່ປະຕິບັດສໍາເລັດໄດ້ພຽງ 407 ຫົວໜ່ວຍ ກວມພຽງແຕ່ 36% ຂອງເປົ້າໝາຍ.

ສ່ວນປີ 2020 ກົມສ່ວຍສາອາກອນຈະສືບຕໍ່ຜັນຂະຫຍາຍແຈ້ງການເລກທີ 2720/ກງ ລົງວັນທີ 12 ພະຈິກ 2019 ເຊິ່ງເປັນນິຕິກໍາຜັນຂະຫຍາຍກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ແລະ ສືບຕໍ່ໃຫ້ທຸລະກິດທີ່ດໍາເນີນການເຄື່ອນໄຫວຢູ່ໃນລະບົບອາກອນມູນຄ່າເພີ່ມ ຕ້ອງຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ,

ຕ້ອງນໍາໃຊ້ ແລະ ອອກໃບເກັບເງິນອາກອນມູນຄ່າເພີ່ມໃຫ້ຖືກຕ້ອງຕາມລະບຽບກ່ຽວກັບໃບເກັບເງິນ; ສືບຕໍ່ນຳຫົວໜ່ວຍທຸລະກິດເຂົ້າໃນ ລະບົບອາກອນມູນຄ່າເພີ່ມ ( ອມພ ) ຈາກປີ 2019 ພຽງ 9% ໃຫ້ເພີ່ມຂຶ້ນເປັນ 15 – 16% ໃນປີ 2020 ຂອງຈໍານວນຫົວໜ່ວຍທຸລະກິດທັງໝົດ ເຊິ່ງຈະເຮັດໃຫ້ການປະຕິບັດລາຍຮັບເພີ່ມຂຶ້ນ.

ສໍາລັບຈຸນລະວິສາຫະກິດຕ້ອງຊຸກຍູ້ໃຫ້ປະຕິບັດການຖືບັນຊີຈຸນລະວິສາຫະກິດທີ່ກະຊວງການເງິນ ໄດ້ກໍານົດອອກ ແລະ ແຈ້ງມອບລາຍຮັບຕາມລະບຽບກົດໝາຍທີ່ກໍານົດໄວ້.

ແຫຼ່ງຂໍ້ມູນ: ຂ່າວ: ສົມສະຫວິນ , ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...