ກອງພົນທີ 4 ສະຫຼຸບວຽກງານອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້!!!

ຫວ່າງບໍ່ດົນນີ້ກອງພົນທີ 4 ສະຫຼຸບວຽກງານອົບຮົມ-ຫັດ ແອບຊ້ອມຮົບປະສານສຽງແຕກ ຍິງລູກປືນແທ້ ພາຍຫຼັງໄດ້ດຳເນີນມາແຕ່ວັນທີ 13-23 ທັນວາ 2019 ຜ່ານມາ, ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄຳຍໍ ລີນຊົມພູ ຫົວໜ້າການທະຫານກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳ, ອະນຸກໍາມະການ, ພະແນກການກ່ຽວຂ້ອງ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຄູ-ອາຈານ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ສະຫາຍ ພັນໂທ ເຂັມພອນ ມູນທະດີ ຫົວໜ້າພະແນກອົບ ຮົມຫ້ອງເສນາທິການກອງພົນທີ 4 ທັງເປັນຜູ້ຮັບຜິດຊອບເນື້ອໃນການຊ້ອມຮົບຄັ້ງນີ້ໄດ້ຂຶ້ນສະຫຼຸບການອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້,

ເຊິ່ງສາມາດຕີລາຄາຜົນໄດ້ຮັບສູງໃນນີ້ວຽກງານການກະກຽມ, ດ້ານເນື້ອໃນ, ກຳລັງເຂົ້າຮ່ວມອາວຸດກະສຸນ, ສະຖານທີ່ ແລະ ບັນດາວຽກງານຮັບປະກັນຕ່າງໆ ຕີລາຄາໄດ້ 95%, ຫັດແອບການກຽມພ້ອມຊູ້ຮົບຈາກພາວະ ເພີ່ມທະວີຂຶ້ນສູ້ພາວະຄົບຖ້ວນ ຂອງກົມກອງບັນລຸໄດ້ 90%, ຫັດແອບເທິງແຜນທີ່ບັນລຸໄດ້ 85%, ຫັດແອບພາກສະໜາມ ບັນລຸໄດ້ 85%, ແລະ ການປະຕິບັດຊ້ອມຮົບຍິງລູກປືນແທ້ບັນ ລຸໄດ້ 90%, ສາມາດຮັບປະກັນ ຄວາມປອດໄຟໄດ້ 100%,

ການຫັດແອບຊ້ອມຮົບໃນຄັ້ງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມຊຳນິຊຳນານທາງດ້ານສິລະປະຍຸດ-ຍຸດທະວິທີ, ຍຸດທະສິນ ໃນການກຽມພ້ອມສູ້ຮົບຂອງບັນດາກົມກອງຢູ່ກອງພົນທີ 4 ມີຄວາມເຂັ້ມແຂງໃນການ ກຽມພ້ອມສູ້ຮົບ ແລະ ຮັບປະກັນສູ້ຮົບມີໄຊ.

ໂອກາດນີ້ ສະຫາຍ ພັນເອກ ຄຳຍໍ ລິນສົມພູ ຫົວໜ້າການທະ ຫານກອງພົນທີ 4 ໄດ້ຍ້ອງຍໍ ຊົມເຊີຍຄະນະຊີ້ນຳ, ຄະນະຮັບຜິດຊອບ, ຄະນະພັກ-ຄະນະບັນຊາ, ອະນຸກໍາມະການ, ກົມກອງເຂົ້າຮ່ວມຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ແຕ່ລະກົມກອງ

ຈົ່ງພ້ອມກັນນຳເອົາບົດຮຽນທີ່ໄດ້ອົບຮົມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ດີຂຶ້ນຕື່ມ, ພ້ອມກັນຍົກສູງສະຕິ ລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກຳລັງປໍລະປັກ ພ້ອມກັນຮັດແໜ້ນຄວາມສາມັກຄີພາຍ ໃນ-ພາຍນອກ, ອຳນາດການປົກຄອງ, ກົມກອງເພື່ອນ, ຍົກສູງຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ, ຂໍ້ກຳນົດກົດ ລະບຽບທີ່ຂັ້ນເທິງວາງອອກໃຫ້ເຂັ້ມງວດ, ຍົກສູງຊີວິດການເປັນຢູ່, ພາຫະນະ, ອາວຸດ ແລະ ລູກກະສຸນໃຫ້ມີຄວາມຮັບປະກັນ 100% ສາມາດນໍາໃຊ້ໄດ້ຍາວນານ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ທາງການເມືອງທີ່ພັກ- ລັດຂັ້ນເທິງມອບໝາຍໃຫ້ ແລະ ອີກຢ່າງໜຶ່ງກໍເພື່ອເປັນການສ້າງຂະບວນການ ສ້າງຜົນງານຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ອົງຄະນະພັກ ກອງ ພົນທີ 4 ຄັ້ງທີ VI,

ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດ ລາວ ຄົບຮອບ 71 ປີ ທີ່ຈະໝູນ ວຽນມາບັນຈົບຄົບຮອບໃນມໍ່ໆ ນີ້ ໃຫ້ເຕັມໄປດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປ ດ້ວຍເນື້ອໃນທີ່ມີຄວາມໝາຍ ຄວາມສຳຄັນຢ່າງເລິກເຊິ່ງ ກວ້າງຂວາງຍິ່ງໆຂຶ້ນ.

ແຫຼ່ງຂໍ້ມູນ: ຂ່າວ: ອານຸສັກ ຈູມມະນີວົງ ພາບ: ບົວຄຳ ທອງລັດສະໝີ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...