ມູນຄ່າການນໍາເຂົ້າ-ສົ່ງອອກຂອງລາວ ເດືອນ 11 ປີ 2019 ບັນລຸຫຼາຍກ່ວາ 1,000 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ຫລາຍກ່ວາ 1,000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 372 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ປະມານ 635 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 263 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກປະກອບມີ:

ແຮ່ທອງ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຢາງພາລາ ແລະ ງົວ,ຄວາຍ.

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ:

ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນໍ້າຕານ ແລະ ສັດທີ່ມີຊີວິດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ຫລາຍກ່ວາ 1,000 ລ້ານໂດລາສະຫະລັດ.

ໃນນັ້ນ, ມູນຄ່າການສົ່ງອອກປະມານ 372 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 635 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 263 ລ້ານໂດລາສະຫາລັດ.

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 372 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງປະມານ 39 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງປະມານ 34 ລ້ານໂດລາສະຫະລັດ, ໝາກກ້ວຍປະມານ 21 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 19 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ປະມານ 19 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູຸກໍາລັງ) ປະມານ 21 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ປະມານ 18 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 17 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 15 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 28 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ ປະມານ 30 ລ້ານໂດລາສະຫະລັດ.

ພາບປະກອບ

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 635 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ ປະມານ 36 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 80 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ປະມານ 43 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 

(ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 34 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 65 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ປະມານ 22 ລ້ານໂດລາສະຫະລັດ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…)ປະມານ 16 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 28 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 13 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ 25 ລ້ານໂດລາສະຫະລັດ.

ພາບປະກອບ

 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ 133 ປະມານ ລ້ານໂດລາສະຫະລັດ, ຣຊ ໄທ 81 ປະມານ ລ້ານໂດລາສະຫະລັດ,​ ສສ ຫວຽນນາມ 98 ປະມານ ລ້ານໂດລາສະຫະລັດ, ອີນເດຍ ປະມານ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 7 ລ້ານໂດລາສະຫະລັດ.

ພາບປະກອບ

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ ປະມານ 292 ລ້ານໂດລາສະຫະລັດ, ສປ ຈີນ ປະມານ234 ລ້ານໂດລາສະຫະລັດ, ສສ ຫວຽດນາມ ປະມານ 64 ລ້ານໂດລາສະຫະລັດ, ຍີ່ປຸ່ນ ປະມານ 10 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ປະມານ 4 ລ້ານໂດລາສະຫະລັດ.

ພາບປະກອບ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບ ຖ້ວນ ແລະ ຊັດເຈນແລ້ວ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...