ປີ 2020 ຄູຕ້ອງພັດທະນາຕົນເອງໃນຫຼາຍດ້ານ ເພື່ອຕອບສະໜອງລະບົບການສຶກສາໃຫ້ມີຄຸນນະພາບ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການລະບົບການສຶກສາໃຫ້ມີຄຸນນະພາບ ແລະ ຮັບປະກັນມາດຕະຖານການສຶກສາຂອງນັກຮຽນ ໃຫ້ສາມາດສ້າງນັກຮຽນ – ນັກສຶກສາທີ່ມີຄວາມຮູ້, ຄວາມສາມາດ, ມີທັກສະ ແລະ ຄວາມຮູ້ທາງດ້ານວິທະຍາສາດໃນຍຸກໃໝ່ຫຼາຍຂຶ້ນ, ປີ 2020 ຄູ – ອາຈານ ຈຳເປັນຕ້ອງຍົກລະດັບຄວາມຮູ້ – ຄວາມສາມາດທາງດ້ານວິຊາການຂອງຕົນໃນການສິດສອນ ແລະ ຖ່າຍທອດອົງ ຄວາມຮູ້ແກ່ນັກຮຽນຫຼາຍຂຶ້ນ.

ພາບປະກອບ

ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກີລາ ປະຈຳສົກ 2018 – 2019 ແລະ ທິດທາງແຜນການ ສົກ 2019 – 2020 ໃຫ້ຮູ້ວ່າ: ສົກປີ 2018 – 2019 ຂະແໜງສຶກສາທິການ ແລະ ກີລາ ໄດ້ເອົາໃຈໃສ່ໃນການປັບປຸງ ແລະ ຍົກສູງຄຸນນະພາບຂອງຄູ – ອາຈານ ໂດຍສະເພາະແມ່ນໄດ້ປັບປຸງຫຼັກສູດ, ສະໜອງອຸປະກອນຮັບໃຊ້ການຮຽນ – ການສອນ ແລະ ປັບປຸງພື້ນຖານໂຄງລ່າງ;

ໄດ້ຝຶກອົບຮົມເສີມສ້າງ ຄວາມສາມາດຂອງຄູໃນຫຼາຍດ້ານເປັນຕົ້ນ ທັກສະການສອນພາສາລາວ, ວິທະຍາສາດ ແລະ ຄະນິດສາດ ເພື່ອ ເສີມສ້າງຄວາມສາມາດຂອງຄູໃນການນຳໃຊ້ຫ້ອງຟັງສຽງ, ໄອຊີທີ ແລະ ພາສາອັງກິດ; ສ້າງຄວາມເຂັ້ມແຂງໃນການຮຽນ – ການສອນວິຊາວິທະຍາສາດ ແລະ ຄະນິດສາດ ແກ່ຄູປະຖົມ; ພັດທະນາຄູ່ມືວິທີການສອນທີ່ຄຳນຶງເຖິງຄວາມສະເໝີພາບ ຍິງ – ຊາຍ; ສ້າງ ຄວາມສາມາດຂອງຄູໃນການນຳໃຊ້ຫ້ອງທົດລອງ ພ້ອມທັງສ້າງທັກສະວິໄຈສຸຂະພາບຂອງໄວໜຸ່ມແກ່ຄູອະນຸບານ, ປະຖົມ ແລະ ອື່ນໆ.

ພາບປະກອບ

ແຕ່ເຖິງຢ່າງໃດກໍຕາມ, ເຫັນວ່ານັກຮຽນທີ່ໄດ້ທຶນແບ່ງປັນຂອງແຕ່ລະແຂວງເຂົ້າຮຽນຄູຍັງບໍ່ໄດ້ຕາມເງື່ອນໄຂ ແລະ ມາດຕະຖານການຄັດເລືອກໂດຍສະເພາະແມ່ນ ຄວາມຮູ້ພື້ນຖານຍັງຕໍ່າ, ການພັດທະນາດ້ານໄອຊີທີ ແລະ ພາສາຕ່າງປະເທດຂອງຄູ – ອາຈານຈຳນວນໜຶ່ງຍັງຈຳກັດ, ຄວາມສາມາດໃນການຊຸກຍູ້ສົ່ງເສີມຄູ – ອາຈານຍົກລະດັບວຸດທິດ້ານວິຊາສະເພາະຍັງມີຂີດຈຳກັດ, ຄວາມສາມາດຂອງຄູໃນວິທະຍາໄລຕໍ່ການບໍລິການດ້ານວິຊາການແກ່ຊຸມຊົນຍັງມີຂີດຈຳກັດ ແລະ ການຝຶກຫັດວິຊາຊີບຄູ ຍັງບໍ່ເປັນເອກະພາບໃນການຈັດຕັ້ງປະຕິບັດ.

ສະນັ້ນ, ເພື່ອໃຫ້ການສິດສອນຂອງຄູ – ອາຈານມີຄຸນນະພາບ ແລະ ໃຫ້ມີຄວາມສອດຄ່ອງກົມກຽວກັບສະພາບຕົວຈິງຫຼາຍຂຶ້ນ ແລະ ໄດ້ມາດຕະຖານການສອນ, ໃຫ້ຄູປະຈໍາການມີຄຸນນະພາບ ແລະ ມີປະສິດທິພາບສູງຂຶ້ນ ຮັບປະກັນການສະໜອງຄູໃຫ້ບັນລຸຕາມຄວາມຕ້ອງການ ໂດຍສະເພາະແມ່ນຄູໃນເຂດຫ່າງໄກສອກຫຼີກ.

ໃນປີ 2020 ຄູ – ອາຈານ ຈະຕ້ອງເອົາໃຈໃສ່ໃນການພັດທະນາ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃນຫຼາຍດ້ານ ເຊັ່ນ: ຍົກສູງຄວາມສາມາດຂອງຕົນເອງໃນການສິດສອນ, ຄູປະຖົມຕ້ອງຍົກລະດັບຕົນເອງໃນລະດັບອະນຸປະລິນຍາ; ຄູມັດທະຍົມຕ້ອງຍົກສູງ ຄວາມຮູ້ ໂດຍລະບົບຕໍ່ເນື່ອງປະລິນຍາຕີ ໃນ 5 ສາຂາວິຊາ ຄື:

ຄະນິດສາດ, ພາສາລາວ, ຊີວະສາດ, ເຄມີສາດ ແລະ ພາສາອັງກິດ; ເພີ່ມທະວີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກັບບັນດາຄູ

– ອາຈານທັງພາຍໃນ ແລະ ພາຍນອກຫຼາຍຂຶ້ນ; ຄູສອນສາມັນທີ່ບໍ່ຖືກວຸດທິ ບໍ່ຖືກວິຊາສະເພາະ ຕ້ອງໄດ້ຍົກລະດັບໃຫ້ເໝາະສົມຫຼາຍຂຶ້ນ; ຄູອະນຸບານ

– ປະຖົມ ຕ້ອງພັດທະນາວິທີເຮັດວຽກຂອງໂຮງຮຽນຫຼາຍຂຶ້ນ; ຄູປະຈຳການຕ້ອງບໍາລຸງ ແລະ ພັດທະນາວິຊາຊີບແບບຕໍ່ເນື່ອງ; ຄູ – ອາຈານຕ້ອງຍົກລະດັບຄວາມຮູ້

– ຄວາມສາມາດທາງດ້ານການນໍາໃຊ້ໄອຊີທີ ແລະ ພາສາອັງກິດ ເຂົ້າໃນການຮຽນ – ການສອນ ແລະ ຄູນິເທດຊັ້ນປະຖົມສຶກສາ ຕ້ອງເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມຫຼາຍຂຶ້ນ ເພື່ອຍົກລະດັບຕົນເອງ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,