Sunday, November 9, 2025
Kbank Laos โอน รับ จ่าย

ນັກເສດຖະສາດຄາດວ່າ!!! ໃຊ້ເງິນກີບ -ຢວນຊຳລະ ຈະເປັນໂອກາດດີ ການຄ້າ-ການລົງທຶນຂອງລາວ

ນັກເສດຖະສາດຄາດຄະເນວ່າການຈະນຳໃຊ້ສະກຸນເງິນກີບລາວ ແລະເງິນຢວນຂອງຈີນເຂົ້າໃນການຊຳລະສະສາງທຸລະກຳລະຫວ່າງປະຊາຊົນສອງປະເທດຈະເປັນຜົນດີທີ່ສຸດຕໍ່ບັນຍາກາດການຄ້າ ແລະ ການລົງທຶນຈາກຈີນທີ່ເປັນຄູ່ຄ້າ ແລະ ລົງທຶນອັນດັບຕົ້ນໆ ຈະຫຼັ່ງໄຫເຂົ້າມາລາວຫຼາຍຂຶ້ນກວ່າເກົ່າພ້ອມແນະນຳລັດສົ່ງເສີມການຜະລິດສິນຄ້າເພື່ອສົ່ງໄປຈີນໃຫ້ຫຼາຍຂຶ້ນເພື່ອດຶງເງິນຢວນເຂົ້າມາຕອບສະໜອງຮອງຮັບໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

​ໃນວັນທີ 6 ມັງກອນ 2020 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມໃນສັນ ຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖີ່ນລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ກັບທ່ານ ອີ້ ກັງ ຜູ້ວ່າການ ທປຈ ໂດຍມີທ່ານນາຍົກ ລັດຖະມົນຕີຂອງ 2 ປະເທດເຂົ້າຮ່ວມເປັນສັກຂີພິຍານນຳ.

ຕາມຂໍ້ມູນທີ່ເປີດຈາກກົມຮ່ວມມືສາກົນຂອງ ທຫລ ເຖິງຈະຍັງບໍ່ທັນລະບຸຈະແຈ້ງເຖິງວັນເວລາການຈະເລີ່ມຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວກໍຕາມແຕ່ກໍໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມເອົາໃຈໃສ່ລະຫວ່າງສອງລະບົບທະນາຄານໃນການສົ່ງເສີມສາຍສຳພັນລະຫວ່າງບັນດາທະນາຄານທຸລະກິດ 2 ປະເທດ ເພື່ອເປັນການຊຸກຍູ້ການນຳໃຊ້ສະກຸນເງິນທ້ອງຖີ່ນໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະການລົງທຶນສອງຝ່າຍຊຶ່ງໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ 2 ທະນາ ຄານກາງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ໃນຂົງເຂດຂະແໜງການທະນາຄານທັງເປັນການຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໄປສູ່ລະດັບໃໝ່.

ແນວໃດກໍດີ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ທັດສະນາຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມ ກ່ຽວກັບການຮ່ວມມືດັ່ງກ່າວວ່ານັບເປັນຂ່າວດີທີ່ຈີນຮອງຮັບເງິນກີບລາວ ແລະ ຈະຜົນບວກຕໍ່ລາວຫຼາຍດ້ານໂດຍສະເພາະຈະຊ່ວຍປະກອບສ່ວນໃນການຊຸກຍູ້ຕົວເລກການຄ້າ ແລະການລົງທຶນຈາກຈີນມາສູ່ລາວຫຼາຍຂຶ້ນກວ່າເກົ່າຍ້ອນມີຂໍ້ສະດວກດ້ານການຊຳລະສະສາງທັງຈະຊ່ວຍຫຼຸດຜ່ອນຄວາມຕ້ອງການເງິນໂດລາ ແລະເງິນບາດລົງໄດ້ໃນລະດັບໜຶ່ງຊຶ່ງປະຈຸບັນນັກລົງທຶນກໍມີບັນຫາໃນຈຸດນີ້.

ຢ່າງໃດກໍຕາມທ່ານ ລີເບີ ລີບົວປາວ ກ່າວຕື່ມວ່າ:

ຫາກຮອດເວລາເລີ່ມປະຕິບັດສັນຍາດັ່ງກ່າວລາວຕ້ອງລະວັງອາດຈະປະເຊີນກັບບັນຫາຂາດເງິນຢວນຕອບສະໜອງໃຫ້ກັບສັງຄົມເນື່ອງຈາກປະຈຸບັນຈີນແມ່ນຄູ່ຄ້າ ແລະນັກລົງທຶນລາຍໃຫຍ່ອັນດັບຕົ້ນໆຢູ່ລາວ ແລະ ລາວກໍມີຕົວເລກຂາດດູນການຄ້າກັບຈີນສະນັ້ນ, ອາດຈະເກີດມີການແລກປ່ຽນນອກລະບົບເງິນຢວນຈະແຂງຄ່າຂຶ້ນຖ້າທຽບໃສ່ເງິນກີບລັດຕ້ອງເອົາໃຈໃສ່ຄຸ້ມຄອງບັນຫານີ້ເພື່ອໃຫ້ຜ່ານລະບົບທະນາຄານ, ພ້ອມກັບສຸມການສົ່ງເສີມຜະລິດ ສິນຄ້າພາຍໃນສົ່ງອອກຕ່າງປະເທດໃຫ້ຫຼາຍໂດຍສະເພາະສົ່ງໄປຈີນເພື່ອນຳເງິນຢວນເຂົ້າມາຈໍລະຈອນໃນລາວ.

ຂະນະທີ່ທ່ານເຫັນວ່ານອກຈາກເງິນຢວນຈະໄຫຼເຂົ້າມາຈາກການສົ່ງອອກສິນຄ້າ ແລະການເຂົ້າມາລົງທຶນແລ້ວຍັງຈະມານຳການທ່ອງທ່ຽວ, ການກູ້ຢືມ ແລະ ການຊ່ວຍເຫຼືອລ້າຈາກຈີນນຳອີກ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ຂຸນນໍ້າມຶກ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.