Thursday, January 23, 2025

ລາວຕັ້ງເປົ້າ!!! ຜະລິດເຂົ້ານາແຊງໃຫ້ໄດ້ 3,6 ແສນໂຕນ ດຽວນີ້ປັກດຳແລ້ວ 36%

ຂະບວນການຜະລິດເຂົ້ານາແຊງຂອງຊາວກະສິກອນທົ່ວປະເທດມາຮອດປະຈຸບັນເຫັນວ່າເປັນຂະບວນຟົດຟື້ນດີ, ມາເຖິງປະຈຸບັນປະຊາຊົນຕົກກ້າໄດ້ 5.891 ເຮັກຕາ ເທົ່າກັບ 82%, ກຽມດິນ ໄດ້ 50.557 ເຮັກຕາ ເທົ່າກັບ 56% ແລະ ປັກດໍາໄດ້ 32.697 ເຮັກຕາ ເທົ່າກັບ 36% ຂອງເນື້ອທີ່ແຜນການ 90.000 ເຮັກຕາ, ຈະໃຫ້ໄດ້ຜົນຜະລິດປະມານ 3,6 ແສນໂຕນ, ດ້ວຍສະມັດຕະພາບ 4 ໂຕນຕໍ່ເຮັກຕາ.

ຕາມຂໍ້ມູນຈາກະຊວງກະສິກຳ ແລະປ່າໄມ້ເປີດເຜີຍໃຫ້ຮູ້ວ່າ: ສ່ວນການປູກພືດລະດູແລ້ງຊາວກະສິກອນໃນທ້ອງຖິ່ນຕ່າງໆ ໄດ້ເລັ່ງປູກຕາມລະດູການໄດ້ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາການຂອງບໍລິສັດ ຊວນເຢລາວ ຈໍາກັດ ແລະ ບໍລິສັດ IDP ເພື່ອຜະລິດເຂົ້າຄຸນນະພາບ ເປັນສິນຄ້າສົ່ງອອກ ສປ ຈີນ ຕາມໂກຕາສົ່ງອອກເຂົ້າສານໄປ ສປ ຈີນ ໃນປີ 2019-2020 ແຜນການຈໍານວນ 50 ພັນໂຕນ. ປະຈຸບັນໄດ້ຈັດສົ່ງອອກເຂົ້າສານແລ້ວຈໍານວນ 1.350 ໂຕນ ເທົ່າ ກັບ2,5% ຂອງແຜນການ ແລະສືບຕໍ່ຢ່າງຕໍ່ເນື່ອງ.

ທັງນີ້ຍັງໄດ້ຕິດຕາມການຄຸ້ມຄອງສິນຄ້າຜົນຜະລິດກະສິກໍາ: ສິນຄ້າສົ່ງອອກພືດ ແລະຜະລິດຕະພັນພືດທັງໝົດ 1,85 ແສນໂຕນ ມູນຄ່າ 62,4 ລ້ານໂດລາ ໃນນັ້ນມີກາເຟ, ໝາກກ້ວຍ, ມັນຕົ້ນ ແລະອື່ນໆ ແລະ ສິນຄ້ານໍາເຂົ້າພືດ ແລະ ຜະລິດຕະພັນພືດທັງໝົດ 1,01 ແສນໂຕນ ມູນຄ່າ 10,7 ລ້ານໂດລາ ໃນນັ້ນມີກາກສາລີ, ກາກຖົ່ວເຫຼືອງ, ເມັດຖົ່ວເຫຼືອງ, ພືດຜັກລວມເປັນຕົ້ນ.

ສຳລັບການສະໜອງນໍ້າຊົນລະປະທານໃຫ້ແກ່ການຜະລິດລະດູແລ້ງໃນຂອບເຂດທົ່ວປະເທດມີເນື້ອທີ່ທັງໝົດ 155.000 ເຮັກຕາ ໃນນັ້ນເນື້ອທີ່ປູກເຂົ້ານາແຊງ 90.000 ເຮັກຕາ, ພືດ 65 ເຮັກຕາ ໃນຈໍານວນ 1.800 ໂຄງການຊຶ່ງປະຈຸບັນປະຕິບັດໄດ້ 5 ແຂວງຄື: ແຂວງຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ບໍລິຄໍາໄຊ ແລະສະຫວັນນະເຂດ.

ປະຈຸບັນຂະແໜງຊົນລະປະທານໄດ້ຮ່ວມກັບຊ່ຽວຊານ ສ. ເກົາຫຼີ ລົງເກັບກໍາຂໍ້ມູນບັນດາໂຄງການຊົນລະປະ ທານທີ່ນໍາໃຊ້ຜ່ານມາຢູ່ 5 ແຂວງພາກໃຕ້ເພື່ອກຽມຂຽນບົດສະເໜີໂຄງການພັດທະນາພື້ນຖານໂຄງລ່າງກະສິກໍາຮອບດ້ານ ແລະຊົນນະບົດແບບຍືນຍົງ ແລະໄດ້ລົງຊຸກຍູ້ຕິດຕາດການກໍ່ສ້າງໂຄງການຊົນລະປະທານຫ້ວຍວັງເຫ ເມືອງໂພນທອງ ແຂວງຈໍາປາສັກ ມາຮອດປະຈຸບັນປະຕິບັດໄດ້ 72,94% ແລະການກໍ່ສ້າງໂຄງການຊົນລະປະທານນໍ້າຊານນໍ້າກອນ ເມືອງລ້ອງຊານ ແຂວງໄຊສົມບູນປະຕິບັດໄດ້ 21,91%.

ແຫຼ່ງຂໍ້ມູນ: ຂຽນໂດຍ: ວົງມະນີ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ