ໜັງສືພິມວຽງຈັນໃໝ່ລາຍງານເມື່ອບໍ່ດົນຜ່ານມາວ່າ:
ພະແນກພາຍໃນນະຄອນຫຼວງວຽງຈັນຈັດພິທີມອບສັນຊາດລາວໃຫ້ຄົນຕ່າງປະເທດ ຫຼື ຄົນທີ່ບໍ່ມີສັນຊາດທີ່ອາໄສຢູ່ ສປປ ລາວ ແລະ ມີເງື່ອນໄຂຄົບຖ້ວນຕາມກົດໝາຍວ່າດ້ວຍສັນຊາດລາວ ວັນທີ 9 ມັງກອນ 2020 ຢູ່ພະແນກດັ່ງກ່າວ, ມອບໂດຍ ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງ,
ມີທ່ານ ວັນດີ ຈັນທະວີເດດ ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ, ຕາງໜ້າ ປກສ ນວ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມອບສັນຊາດລາວໃຫ້ຄົນຕ່າງປະເທດຄັ້ງນີ້ແມ່ນປະຕິບັດຕາມກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍສັນຊາດລາວ ແລະ ອີງຕາມໜັງສືສະເໜີຂອງກະຊວງຍຸຕິທຳ.
ດັ່ງນັ້ນ ທ່ານນາຍົກລັດຖະມົນຕີຈຶ່ງໄດ້ອອກຂໍ້ຕົກລົງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີປະສານສົມທົບກັບກະຊວງພາຍໃນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອປະຕິບັດຂໍ້ຕົກລົງສະບັບດັ່ງກ່າວ ຊຶ່ງໄດ້ເຫັນດີອະນຸມັດໃຫ້ສັນຊາດລາວ 8 ຄົນ. ໃນນີ້ ມີຄົນເຊື້ອຊາດ ແລະ ສັນຊາດຫວຽດນາມ 4 ຄົນ, ຍິງ 1 ຄົນ, ຈີນ 2 ຄົນ, ຍິງ 1 ຄົນ, ອິນເດຍ 1 ຄົນ ແລະ ປາກິສຖານ 1 ຄົນ.
ກົດໝາຍວ່າດ້ວຍສັນຊາດລາວໃນມາດຕາ 14 ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດ ພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍຂອງຜູ້ກ່ຽວຖ້າຫາກວ່າມີເງື່ອນໄຂຄົບຖ້ວນດັ່ງນີ້:
- ຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປໃນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ
- ເຄົາລົບລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ
- ເວົ້າ, ອ່ານ ແລະ ຂຽນພາສາລາວໄດ້ໃນລະດັບອັນແນ່ນອນ
- ມີຫຼັກຖານວ່າຕົນໄດ້ເຊື່ອມເຂົ້າສັງຄົມ ແລະ ວັດທະນະທໍາລາວ, ຮູ້ ແລະ ເຄົາລົບຮີດຄອງປະເພນີດີງາມຂອງລາວ
- ມີສຸຂະພາບດີ, ບໍ່ເປັນພະຍາດຕິດຕໍ່ຮ້າຍແຮງ, ບໍ່ຕິດຢາເສບຕິດ
- ບໍ່ຖືກສານຕັດສິນລົງໂທດຕັດອິດສະລະພາບ
- ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ
- ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ
- ໄດ້ປະສັນຊາດເດີມຂອງຕົນ (ຍົກເວັ້ນຄົນບໍ່ມີສັນຊາດ)
- ໄດ້ຢູ່ ສປປ ລາວ ຢ່າງຕໍ່ເນື່ອງແຕ່ສິບປີຂຶ້ນໄປກ່ອນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ, ສໍາລັບຜູ້ມີຄວາມຮູ້ດ້ານວິຊາສະ ເພາະຂັ້ນຊ່ຽວຊານກໍານົດເວລາດັ່ງກ່າວນີ້ອາດຈະສັ້ນກວ່າ
- ມີວິຊາສະເພາະ, ວິຊາຊີບໃດໜຶ່ງທີ່ແນ່ນອນ, ມີຖານະດ້ານເສດຖະກິດທີ່ໝັ້ນຄົງ
ຮຽບຮຽງຂ່າວ: ພຸດສະດີ LaoPost