Wednesday, July 9, 2025
Kbank Laos โอน รับ จ่าย

ປີ 2019 ແຂວງໄຊຍະບູລີ ເກັບລາຍຮັບໄດ້ 913,43 ຕື້ກີບ

ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2019 ຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 14 ສະໄໝທີ VI ຂອງຄະນະບໍລິຫານງານພັກ ແຂວງໄຊຍະບູລີ ໃນວັນທີ 14 ມັງກອນ ນີ້ວ່າ:

ປີ 2019 ແຂວງໄຊຍະບູລີ ໄດ້ຮັບຕົວເລກຈາກກະຊວງການເງິນ ຕາມແຜນເບື້ອງຕົ້ນ ຈໍານວນ 961,68 ຕື້ກີບ ດັດແກ້ແຜນຫລຸດລົງ 3,8 ຕື້ກີບ, ລວມແຜນດັດແກ້ໝົດປີ ທັງໝົດ 957,88 ຕື້ກີບ ທຽບໃສ່ແຜນການປີຜ່ານມາ ເພີ່ມຂຶ້ນ 11,11% ຫລື ເທົ່າກັບ 93,16 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດ 1 ປີຜ່ານມາ ສາມາດປະຕິບັດໄດ້ທັງໝົດ 913,43 ຕື້ກີບ ເທົ່າກັບ 94,98% ຂອງແຜນເບື້ອງຕົ້ນ ເທົ່າກັບ 95,36% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນເທົ່າກັບ 105,31% ໃນນັ້ນ ລາຍຮັບໃນສ່ວນຂອງສູນກາງ (ພູດຂອງສູນກາງ) ຕົວເລກແຜນການ 708,55 ຕື້ກີບ ທຽບໃສ່ແຜນການປີຜ່ານມາເພີ່ມຂຶ້ນ 18,38%, ສາມາດປະຕິບັດໄດ້ຕົວຈິງ 699,74 ຕື້ກີບ ເທົ່າກັບ 98,76% ໃນນີ້ຂະແໜງສ່ວຍສາອາກອນປະຕິບັດໄດ້ 610,89 ລ້ານກີບ ເທົ່າກັບ 88,54%, ຂະແໜງພາສີ 697,99 ຕື້ກີບ ເທົ່າກັບ 98,73%,

ຂະແໜງຄຸ້ມຄອງຊັບສິນຂອງລັດ 307,54 ລ້ານກີບ (ເປັນລາຍຮັບບັງເອີນ), ຂະແໜງຄຸ້ມຄອງລັດວິສາຫະກິດ 836,35 ລ້ານກີບ ເທົ່າກັບ 97,25%, ລາຍຮັບໃນສ່ວນຂອງທ້ອງຖິ່ນ (ພູດຂອງທ້ອງຖິນ) ຕົວເລກແຜນການ 249,33 ຕື້ກີບ ທຽບໃສ່ແຜນການປີຜ່ານມາ ຫລຸດລົງ 5,38% ສາມາດປະຕິບັດໄດ້ 213,68 ຕື້ກີບ ເທົ່າກັບ 84,41% ໃນນີ້ ຂະແໜງສ່ວຍສາອາກອນ 206,87 ຕື້ກີບ ເທົ່າກັບ 83,89%, ຂະແໜງຄຸ້ມຄອງຊັບສິນຂອງລັດ 6,61 ຕື້ກີບ ເທົ່າກັບ 101,74% ແລະຂະແໜງຄຸ້ມຄອງລັດວິສາຫະກິດ 199,34 ລ້ານກີບ ເທົ່າກັບ 398,70%,

ການແບ່ງຂັ້ນຄຸ້ມຄອງລາຍຮັບງົບປະມານຂັ້ນແຂວງຄຸ້ມຄອງ 183,48 ຕື້ກີບ ປະຕິບັດໄດ້ 148,03 ຕື້ກີບ ເທົ່າກັບ 76,78%, ຂັ້ນເມືອງຄຸ້ມຄອງ 65,85 ຕື້ກີບ ປະຕິບັດໄດ້ 65,65 ຕື້ກີບ ເທົ່າກັບ 108,81%, ການຄຸ້ມຄອງລາຍຈ່າຍສາມາດປະຕິບັດໄດ້ 506,19 ຕື້ກີບ ເທົ່າກັບ 92,35%, ການດຸ່ນດ່ຽງງົບປະມານຈາກສູນກາງຕາມແຜນ 282,81 ຕື້ກີບ ປະຕິບັດໄດ້ 316,70 ຕື້ກີບ ເທົ່າກັບ 107,36%.

ທ່ານ ສໍາລານ ສຸວັນນະໂຊດ ຍັງໄດ້ກ່າວຕື່ມອີກວ່າ: ສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດລາຍຮັບງົບປະມານ ປີ 2019 ບໍ່ບັນລຸຕາມແຜນ ຍ້ອນວ່າ ລາຍຮັບທີ່ຕິດພັນກັບໂຄງການກໍ່ສ້າງ ຮັບເໝົາພື້ນຖານໂຄງລ່າງແມ່ນຫລຸດລົງຫລາຍ, ປີຜ່ານມາຕົວເລກອະນຸມັດການລົງທຶນ 60-70 ຕື້ກີບ. ສໍາລັບປີ 2019 ແມ່ນອະນຸມັດ 40,78 ຕື້ກີບ, ອາກອນຕິດພັນກັບໂຄງການລົງທຶນກໍ່ຫລຸດລົງ 2-3 ຕື້ກີບ,

ລາຍຮັບທີ່ເຄີຍຈັດເກັບໄດ້ຈາກໂຄງການເຂື່ອນໄຟຟ້ານໍ້າຂອງ ຫລຸດລົງ 11,85 ຕື້ກີບ, ເນື່ອງຈາກວ່າເຂື່ອນດັ່ງກ່າວໄດ້ກໍ່ສ້າງສໍາເລັດ, ແຮງງານກໍາມະກອນຫລຸດລົງ, ລາຍຮັບຈາກບໍລິສັດສາຂາໂທລະຄົມ, ສື່ສານ ແລະສາຍສົ່ງໄຟຟ້າຫລຸດລົງ 12,55 ຕື້ກີບ ແລະລາຍຮັບບັງເອີນທີ່ຂຶ້ນໄວ້ 44,33 ຕື້ກີບ ປະຕິບັດໄດ້ພຽງ 25,36 ຕື້ກີບ ຫລຸດແຜນ 18,96 ຕື້ກີບ.

ແຫຼ່ງຂໍ້ມູນ: ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ ນັກຂ່າວຫ້ອງວ່າການ ແຂວງໄຊຍະບູລີ ໂທ: 22126933

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.