Thursday, November 13, 2025
Kbank Laos โอน รับ จ่าย

ຄຳມ່ວນ ດຶງດູດການລົງທຶນໄດ້ 300 ກິດຈະການ

ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສົ່ງເສີມ- ຄຸ້ມຄອງການລົງທຶນຢູ່ແຂວງຄຳມ່ວນໃນໄລຍະ 5 ປີຜ່ານມາ ແລະທິດທາງແຜນການ 2020-2025ຜ່ານມາແຂວງຄຳມ່ວນສາມາດດຶງດູດ ແລະ ຍາດແຍ່ງເອົາການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດໄດ້ທັງໝົດ300 ກິດຈະການ,

ມີມູນຄ່າການລົງທຶນທັງໝົດ 1,06 ຕື້ໂດລາ, ທຶນຈົດ 532,38 ລ້ານໂດລາ, ຂະຫຍາຍຕົວສະເລ່ຍໃນລະ ດັບ 17%ຕໍ່ປີ, ໃນນີ້ການລົງທຶນພາຍໃນມີ 70 ກິດຈະການ, ມູນຄ່າການລົງທຶນ 117,5 ລ້ານໂດລາ, ມີທຶນຈົດທະບຽນ 79,1 ລ້ານໂດລາ.

ສໍາລັບການລົງທຶນຂອງລັດໃນປີ 2019 ມີທັງໝົດ 341 ໂຄງການ, ມູນຄ່າ 113.258,19 ລ້ານກີບ, ປະຕິບັດໄດ້ 324 ໂຄງການ, ມູນຄ່າ 107,05 ຕື້ກີບ ເທົ່າກັບ 94,52%.

ໃນນັ້ນທຶນພາຍໃນ 64.271 ລ້ານກີບ ພ້ອມດຽວກັນຍັງໄດ້ຕີລາຄ່າໃຫ້ເຫັນສະພາບບັນຫາໂດຍລວມກ່ຽວກັບຈຸດດີ ແລະຂໍ້ຄົງຄ້າງ, ວິທີແກ້ໄຂຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວລວມເຖິງທິດທາງແຜນການ 2020-2025.

ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນ ແລະຮັບຟັງຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນວ່າດ້ວຍການແຕ່ງຕັ້ງຄະນະກຳມະການ, ກອງເລຂາ ແລະຄະນະວິຊາການສົ່ງເສີມ ແລະຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດຂັ້ນແຂວງ, ກົນໄກການປະສານງານສົ່ງເສີມການລົງທຶນ, ລະບຽບວ່າດ້ວຍການຄຸ້ມຄອງ ແລະນຳໃຊ້ຮ່ວງທຶນຕ່າງໆ ທີ່ລະບຸໄວ້ໃນສັນຍາສຳປະທານການລົງທຶນຂອງນັກລົງທຶນເອະກະຊົນພາຍໃນ ແລະຕ່າງປະເທດແຂວງຄຳມ່ວນ.

ທັງນີ້ກໍ່ເພື່ອແນໃສ່ໃຫ້ມີຄວາມສອດຄ່ອງກັບແນວທາງນະໂຍບາຍຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະບົນພຶ້ນຖານຄວາມຖືກຕ້ອງຕາມກົດ ໝາຍ ແລະລະບຽບການຮັບປະກັນການບໍລິການໆລົງທຶນໃຫ້ສະດວກກະທັດຫັດວ່ອງໄວໂປ່ງໃສມີປະສິດທິພາບ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ມະນີວັນ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.