Thursday, May 15, 2025
Kbank Laos โอน รับ จ่าย

ເປີດໂຕການຮັບຊໍາລະຄ່າໂດຍສານລົດເມ ດ້ວຍການສະແກນ QR Code ຢ່າງເປັນທາງການ !!

ທະນາຄານພັດທະນາລາວ ແລະ ລັດວິສາຫະກິດ ລົດເມ ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາຮັບຊໍາລະຄ່າໂດຍສານດ້ວຍການສະແກນ QR Code ຜ່ານລະບົບ ທະນາຄານພັດທະນາລາວ, ໃນວັນທີ 16 ມັງກອນ 2020, ທີ່ຫ້ອງປະຊຸມຊັ້ນ VI ທະນາຄານພັດທະນາລາວ

ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ:
1. ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ໃຫ້ ກຽດເຂົ້າຮ່ວມ, ຂໍຊົມເຊີຍ.
2. ທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ ພ້ອມດ້ວຍຄະນະ ກໍ່ໄດ້ໃຫ້ກຽດເຂົ້າ ຮ່ວມ, ຂໍຊົມເຊີຍ.
3. ທ່ານ ແກ້ວວັນພອນ ວອນທີວົງສີ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລົດເມ ນະຄອນ ຫລວງວຽງຈັນ ພ້ອມດ້ວຍຄະນະ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ, ຂໍຊົມເຊີຍ.

ບັນດາທ່ານຄະນະກົມ ຈາກ ທະນາຄານແຫ່ງສປປ ລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍ ບັນດາກະຊວງ ແລະ ພະແນກການທີ່ກ່ຽວຂ້ອງ, ຊ່ຽວຊານຈາກອົງການໄຈກາ, ບັນດາຄູ່ຮ່ວມທຸລະກິດຂອງ 02 ຝ່າຍ, ຄະນະພະແນກ, ຄະນະຂະແໜງ ທະນາຄານພັດທະນາລາວ, ລັດວິສາຫະກິດ ລົດເມ ນະຄອນ ຫລວງວຽງຈັນ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆ.

ຈຸດປະສົງແມ່ນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານທີ່ໃຊ້ບໍລິການລົດເມສາທາລະນະຂອງ ລັດວິສາຫະກິດ ລົດເມ ນະຄອນ ຫລວງວຽງຈັນ ໃນການຊໍາລະຄ່າໂດຍສານໄດ້ຫລາກຫລາຍຊ່ອງທາງ, ເຊິ່ງຍັງເປັນການປະກອບສ່ວນເຂົ້າໃນການຫລຸດຜ່ອນການນໍາໃຊ້ເງິນສົດໃນການຊໍາລະສະສາງຕາມແນວທາງນະໂຍບາຍທີ່ຂັ້ນເທິງວາງອອກ, ຫລຸດຜ່ອນຄວາມສ່ຽງໃນການຮັບເງິນປອມ ແລະ ເພື່ອຮັບປະກັນຄວາມຖືກຕ້ອງ, ວ່ອງໄວ, ປອດໄພ, ປະຢັດຄ່າໃຊ້ຈ່າຍ.

ພາຍໃນງານ, ແຂກທີ່ເຂົ້າຮ່ວມຍັງໄດ້ຂຶ້ນໂດຍສານກັບລົດເມ ແລະ ສະແກນຈ່າຍຕົວຈິງ ເພື່ອທົດລອງເບິ່ງຄວາມສະດວກສະບາຍ ແລະ ວ່ອງໄວໃນການຈ່າຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້