Saturday, February 15, 2025

ມາຮູ້ຈັກ!!! ລະດັບການເຊີນເຊີ້ ທາງອິນເຕີເນັດຂອງ ສປປ.ລາວ ຢູ່ລະດັບໃດຂອງໂລກ?

ສປປ ລາວ ໄດ້ຮັບຄະແນນ ການເຊັນເຊີ້ ທາງອິນເຕີເນັດ (Internet Censorship Rate) ລະດັບ 6 ຈາກ 10 ໂດຍອີງຕາມ ການຈັດລະດັບ ການເຊັນເຊີ້ ທາງອິນເຕີເນັດ ຈາກ ບໍລິສັດວິໄຈເຕັກໂນໂລຊີ ປະເທດອັງກິດ ບໍລິສັດ Comparitech.

ບັນດາປະເທດ ທີ່ໄດ້ຮັບການເຊັນເຊີ້ ທາງອິນເຕີເນັດ ລະດັບ 6 ປະກອບທັງໝົດ 17 ປະເທດ ລວມມີບາງປະເທດ ໃນອາຊຽນເຊັ່ນ:

ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ,​ ໄທ, ຈາກທັງໝົດ 150 ປະເທດ ທົ່ວໂລກ.

ຖ້າຫາກຕົວເລກ ການເຊັນເຊີ້ ທາງອິນເຕີເນັດສູງ (ເຕັມ 10) ກໍ່ໝາຍຄວາມວ່າ ມີລະດັບການກອງຂ່າວ ແລະ ການກອງເຂົ້າຫາເວັບໄຊທຕ່າງໆ ແມ່ນມີສູງ, ຖ້າຫາກຕົວເລກ ການເຊັນເຊີ້ ທາງອິນເຕີເນັດຕໍ່າ (ຕໍ່າສຸດ 1) ກໍ່ໝາຍຄວາມວ່າ ລະດັບການກອງຂ່າວ ແລະ ກ່າວເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆ ແມ່ນເຮັດໄດ້ງ່າຍ.

ການເຊັນເຊີ້ ທາງອິນເຕີເນັດ (Internet Censorship Rate) ຂອງປະເທດສິງກະໂປ ຢູ່ລະດັບອັນດັບ 5, ໃນຂະໜະທີ່ ມຽນມາ ແລະ ຟິລິປິນ ຢູ່ລະດັບ 4.

ລະດັບການເຊັນເຊີ້ ທາງອິນເຕີເນັດ (Internet Censorship Rate) ຂອງແຕ່ລະປະເທດ ແມ່ນອີງໃສ່ ເງື່ອນໄຂ 5 ຢ່າງ ແຕ່ລະຢ່າງແມ່ນໄດ້ຮັບຄະແນນ 2 ຄະແນນ.

ໜຶ່ງຄະແນນແມ່ນໄດ້ ຖ້າຫາກ ມີການຈໍາກັດ ການເຂົ້າເຖິງ ຂໍ້ມູນຂ່າວສານ, ຂໍ້ມູນທາງສັງຄົມອອນລາຍ, ເວັບໄຊທ ທີ່ອາດມີສະແປມ ໄວຣັດ, ການເຂົ້າເຖິງເວັບໄຊທ໌ ໂປ້ເປືອຍຕ່າງໆ, ແລະ ຈະໄດ້ຄະແນນ 2 ຖ້າຫາກມີການ ແບນ ແບບຖາວອນທັງໝົດ.

ສ່ວນປະເທດ ທີ່ມີການເຊັນເຊີ້ ທາງອິນເຕີເນັດ ໄດ້ລະດັບ 1 ປະກອບມີທັງໝົດ 39 ປະເທດ ລວມມີ:​ ສະວິສເຊີແລນ, ການາດາ, ເປລູ, ນິວຊີແລນ ແລະ ອື່ນໆ.​

ແຫຼ່ງຂໍ້ມູນ: Bangkokpost, http://www.laoyouth-radio.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.