ແຈ້ງການ!!! ປິດ-ເປີດ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ເຂດຂົວນ້ຳສັງ-ບ້ານ ໂນນສະຫວັນ-ບ້ານຄົກເຂົ້າດໍ

ພາບປະກອບ

ຫ້ອງວ່າການປົກຄອງ ແຂວງ ໄຊຍະບູລີ ໄດ້ອອກແຈ້ງການ ເລກທີ 38/ຫວຂ.ຊຍ, ລົງວັນທີ 29 ມັງກອນ 2020, ເລື່ອງການປິດ-ເປີດ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ເຂດຂົວນ້ຳສັງ-ບ້ານ ໂນນສະຫວັນ-ບ້ານ ຄົກເຂົ້າດໍ ເມືອງ ຊະນະຄາມ ແຂວງ ວຽງຈັນ ເພື່ອຄວາມສະດວກໃນການກໍ່ສ້າງ ແລະ ຮັບປະກັນການສັນຈອນຂອງພໍ່ແມ່ປະຊາຊົນທີ່ນຳໃຊ້ເສັ້ນທາງເລກທີ 11 ລຸ່ມນີ້:

1. ຕອນທາງເລີ່ມແຕ່ຂົວນໍ້າສັງ ຫາ ບ້ານ ດອນຮຽງ:
– ເລີ່ມປິດແຕ່ເວລາ 7:30 ຫາ 12:00 ໂມງ.
– ເປີດແຕ່ເວລາ 12:00 ຫາ 13:30 ໂມງ.
– ປິດແຕ່ເວລາ 13:30 – 17 ໂມງ 30 ນາທີ.
– ເປີດແຕ່ເວລາ 17 ໂມງ 30 ນາທີ – 20 ໂມງ 00 ນາທີ.
– ປິດແຕ່ເວລາ 20 ໂມງ 00 ນາທີ – 24 ໂມງ 00 ນາທີ.

ເສັ້ນທາງທີ່ເລືອກໃຊ້ໃນຊ່ວງເວລາທີປິດເສັ້ນທາງ ແມ່ນສາມາດໃຊ້ນຳເສັ້ນທາງເລກທີ 4501 ຫີນເຫີບ-ເມືອງເຟືອງ-ບ້ານວັງ, ລວງຍາວ 116 ກິໂລແມັດ.

2. ຕອນທາງແຕ່ບ້ານ ໂນນສະຫວັນ ຫາ ບ້ານ ຄົກເຂົ້າດໍ: ແມ່ນປິດຕະຫຼອດ 24 ຊົ່ວໂມງ, ຈົນກວ່າການກໍ່ສ້າງເສັ້ນທາງຈະສຳເລັດ ຫຼື ຈົນກວ່າມີການປ່ຽນແປງ, ສຳລັບທາງເວັ້ນ ແມ່ນໃຫ້ນຳໃຊ້ເສັ້ນທາງເລກທີ 4725 ເທດສະບານເມືອງ ຊະນະຄາມ – ບ້ານ ຜາລາດ – ບ້ານ ຄົກເຂົ້າດໍ ເຊິ່ງມີຄວາມຍາວ 72 ກິໂລແມັດ.

ສຳລັບເວລາມື້ປິດ-ເປີດເສັ້ນທາງດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 01 ກຸມພາ 2020 ເປັນຕົ້ນໄປ. ທັງນີ້, ກໍລະນີມີວຽກຈຳເປັນ ຕ້ອງໄດ້ນຳໃຊ້ເສັ້ນທາງຕອນທາງດັ່ງກ່າວ ແມ່ນໃຫ້ແຈ້ງຫາ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ໄຊຍະບູລີ ຫຼື ໂຄງການກ່ອນ 24 ຊົ່ວໂມງ, (ເບີຕິດຕໍ່ພົວພັນ 020 22 369 458 ພະແຍກ ຍທຂ ແຂວງ, 020 54 444 216 ຫ້ອງການ ທາງເລກທີ 11).

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.