Monday, April 21, 2025

ເຊີນເຂົ້າຮ່ວມງານວາງສະແດງສິນຄ້າ Top Thai Brands 2020

ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ຣາຊະອາ ນາຈັກໄທ ໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຈະຈັດງານສະແດງສິນຄ້າສຸດຍອດແບຣນໄທ (Top Thai Brands 2020) ພາຍໃຕ້ແນວຄິດ “ໄທ-ລາວ ຕໍ່ຍອດອະນາຄົດ ເປີດໂລກການຄ້າໄຮ້ພົມແດນ” ຂຶ້ນວັນທີ 4-8 ມີນາ 2020 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.

ທ່ານ ນາງ ປະວິຕຣາ ມ່ວງສະກຸນ ທີ່ປຶກສາຝ່າຍການຄ້າ ສຳນັກ ງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ວຽງຈັນ ກ່າວໃນພິທີຖະ ແຫຼງຂ່າວການຈັດງານດັ່ງກ່າວ ວັນທີ 31 ມັງກອນ 2020 ວ່າ:

ຈຸດປະສົງເພື່ອສົ່ງເສີມການຄ້າ ແລະ ການລົງທຶນຂອງສອງປະ ເທດ ເພີ່ມມູນຄ່າການຄ້າ ລະຫວ່າງ ໄທ ກັບ ລາວ ເສີມສ້າງພາບລັັກສິນຄ້າທີ່ມີຄຸນນະພາບ ມີມາດຕະຖານ ແລະ ມີເຄື່ອງໝາຍການຄ້າຂອງສອງປະເທດ ໃຫ້ເປັນທີ່ຍອມຮັບຂອງຜູ້ບໍລິໂພກ ແລະ ຊຸກຍູ້ໃຫ້ນັກທຸລະກິດສອງປະເທດ ຮ່ວມມືເຊິ່ງກັນ ແລະ ກັນ.

ເຊິ່ງປີນີ້ໄດ້ຄັດເລືອກກຸ່ມທຸລະກິດເຂົ້າຮ່ວມຫຼາຍກວ່າ 230 ຫ້ອງວາງສະແດງ ໂດຍເນັ້ນໃສ່ສິນຄ້ານະວັດຕະກຳ ຄວາມຄິດສ້າງສັນ ນະວັດຕະກຳທາງການຄ້າ ແລະ ທຸລະກິດ ເປັນຕົ້ນສິນຄ້າໃນກຸ່ມອາຫານ ແລະ ເຄື່ອງດື່ມ ສຸຂະພາບ ຄວາມງາມ ເຄື່ອງໃຊ້ພາຍໃນບ້ານ ເຄື່ອງເດັກນ້ອຍ ເຄື່ອງໜັງ ແລະ ກະເສດ ນອກນີ້ຍັງມີສິນຄ້າ ODOP ຈາກລາວ ໂດຍຄາດວ່າຈະມີຜູ້ເຂົ້າຊົມບໍ່ຕໍ່າກວ່າ 50.000 ຄົນ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ ສະບາໄພ, ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.