ກົມໃຫຍ່ເຕັກນິກກອງທັບ ສຳເລັດການອົບຮົມ-ຫັດແອບຍິງລູກປືນແທ້ ປະຈຳປີ 2019

ກົມໃຫຍ່ເຕັກນິກກອງທັບ ໄດ້ ສຳເລັດການຫັດແອບຍິງເປົ້າ ໝາຍດ້ວຍລູກປືນແທ້ ປະຈຳປີ 2019 ຂຶ້ນ, ຢູ່ທີ່ສະໝາມຍິງ ປືນອາຊຽນ 199 ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາຈາກ 6 ກົມ 3 ຫ້ອງ ຕະຫຼອດຮອດພະນັກ ງານ-ນັກຮົບ ທົ່ວກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມ.

ການຈັດຕັ້ງອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະ ຈໍາປີ 2019 ໃນຄັ້ງນີ້ກໍເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄວາມຮູ້, ຄວາມສາມາດທາງດ້ານການເມືອງ-ການທະຫານດ້ານວິຊາສະເພາະ-ເຕັກນິກ, ດ້ານສິລະປະຍຸດ-ຍຸດທະວິທີ, ດ້ານການຈັດຕັ້ງປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ,

ຍົກສູງຄວາມຮູ້, ຄວາມສາມາດໃນການຊີ້ນຳ- ນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຄ່ອງແຄ້ວ ໃນເວລາສູ້ຮົບຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນການຕິດຕາມກວດກາ ແລະ ຕີລາຄາຄຸນນະພາບຂອງພະນັກງານ-ນັກຮົບ ພາຍໃນກົມກອງ.

ພາຍຫຼັງສໍາເລັດບັ້ນເຝິກແອບຮໍ່າຮຽນແລ້ວ ຕ້ອງກຳແໜ້ນກ່ຽວກັບທິດສະດີ-ຫຼັກການ ເພື່ອໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານຕົວຈິງຢູ່ກົມກອງ ໃຫ້ປະກົດຜົນເປັນຈິງ, ຜ່ານການຈັດຕັ້ງປະຕິບັດຍິງລູກປືນແທ້ປະ ຈຳປີ 2019 ຄັ້ງນີ້.

ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ການຈັດຕັ້ງອົບຮົມຄັ້ງນີ້ກໍເພື່ອ ເປັນການປະຕິບັດຕາມແຜນການ ອົບຮົມ-ຫັດແອບເຝິກຝົນກໍາ ລັງແຮງກາຍປະຈໍາ ປີ 2019 ຂອງກົມອົບຮົມກົມໃຫຍ່ ເສນາທິການກອງທັບວາງອອກວ່າ ດ້ວຍການຈັດຕັ້ງອົບຮົມ-ຫັດ ແອບປະຈໍາປີໃຫ້ປະກົດຜົນເປັນຈິງໃນສະເພາະໜ້າ ແລະ ຍາວນານຂອງກົມກອງ, ທັງເຮັດໃຫ້ ກົມກອງມີຄວາມໜັກແໜ້ນ, ເຂັ້ມແຂງທາງການທະຫານປັບ ປຸງກົມກອງມີຄວາມເຕີບໃຫຍ່ ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ແຫຼ່ງຂໍ້ມູນ: ໂດຍ: ຄຳສອນ ພົມໄຊຍາ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...