ຊາວລາວຫຼາຍພາກສ່ວນ ຮ່ວມໃຈມອບເງິນຊ່ວຍເຫຼືອຊາວເມືອງອູຮັ່ນ-ປະຊາຊົນຈີນ

ສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບ ນະຄອນຫຼວງວຽງຈັນ ຈັດງານລະດົມທຶນ ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍ ທີ່ຕິດເຊື້ອພະ ຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ຫຼື ເຊື້ອໄວຣັສໂຄໂຣນາ ຢູ່ ສປ ຈີນ ຢູ່ທີ່ ໂຮງ ແຮມແລນມາກ ໂດຍການເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ເງິນທີ່ໄດ້ຈາກການລະດົມທຶນໃນຄັ້ງນີ້ ຈະນຳໄປຊື້ອຸປະກອນທີ່ຈຳເປັນ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຈີນ ທີ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັສດັ່ງກ່າວ ເພື່ອສະແດງເຖິງນໍ້າໃຈ ຄວາມເປັນຫ່ວງເປັນໃຍ ແບ່ງເບົາຄວາມທຸກໂສກຂອງປະເທດເພື່ອນມິດ.

ການລະດົມທຶນຍັງຈະສຶບຕໍ່ດຳເນີນໄປອີກ ເປັນເວລາ 1 ອາທິດ ເຊິ່ງບຸກຄົນ ພາກສ່ວນໃດຫາກມີຄວາມຕ້ອງ ການ ຢາກຈະປະກອບສ່ວນໃນການບໍລິຈາກໃນຄັ້ງນີ້ ສາມາດໄປບໍລິຈາກໄດ້ທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຫ້ອງວ່າການປົກຄອງນະ ຄອນຫຼວງວຽງຈັນ ສຳລັບຕ່າງແຂວງ ກໍສາມາດໄປບໍລິຈາກໄດ້ທີ ພະແນກການຕ່າງປະເທດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ໃນຂອບເຂດທົ່ວປະເທດ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ ບຸນມີ, ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...