ເມືອງປາກລາຍ ແຈ້ງຍົກເລີກຈັດງານບຸນຜີໂຂນ

ອີງຕາມໜັງສືແຈ້ງການຂອງຄະນະກຳມະການສະເພາະກິດເພື່່ອປ້ອງກັນ ແລະ ແກ້ໄຂການລະບາດຕິດເຊື້ອພະ ຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ ຫືລໂຄວິດ19ສະບັບເລກທີ005/ສພກ ລົງວັນທີ 2 ມີນາ 2020

ເລື່ອງພິຈາລະນາໂຈະຫລືເລື່ອນງານຊົ່ວຄາວຈໍາກັດຜູ້ເຂົ້າຮ່ວມການຈັດງານປະເພນີ,ງານສ້າງສັນແລະກິດຈະກຳຕ່າງໆທີ່ມີຜູ້ຄົນເຂົ້າຮ່ວມຢ່າງຫລວງຫລາຍອີງຕາມທິດຊີ້ນຳຂອງການນຳແຂວງໄຊຍະບູລີຄັ້ງວັນທີ3ມີນາ 2020.

ດັ່ງນັ້ນມາໃນວັນທີສາມ ມີນາ 2020 ປະທານຈັດງານບຸນເທດສະກາຜີໂຂນປະຈໍາປີ 2020 ທີ່ເມືອງປາກລາຍ ແຂວງໄຊຍະບູລີຈິ່ງໄດ້ມີແຈ້ງການເຖີງບັນດາຫົວໜ້າຫ້ອງການ,ອົງການ,ກົມກອງ,ລັດວິສາຫະກິດ,ນາຍບ້ານ 69 ນັກທຸລະກິດ,ຜູ້ປະກອບການພໍ່ຄ້າຊາວຂາຍ,ນັກຮຽນນັກສຶກສາຕະຫລອດເຖິງພໍ່ແມ່ປະຊາຊົນ,ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເດີນທາງມາຮ່ວມງານເທດສະການຜີໂຂນຄັ້ງນີ້ວ່າ:

ເພື່ອຮັບປະກັນການແຜ່ລະບາດຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ ຫືລໂຄວິດ19ນີ້ປະທານຈັດງານບຸນດັ່ງກ່າວຈຶ່ງໄດ້ແຈ້ງການໂຈະການຈັດງານເທດສະການບຸນດັ່ງກ່າວ,

ເພື່ອເຮັດໃຫ້ແຈ້ງການສະບັບເລກທີ005/ສພກ ລົງວັນທີ 2 ມີນາ 2020ໃຫ້ໄດ້ຈັດຕັ້ງຢ່າງເຂັ້ມງວດ,ດັ່ງນັ້ນຈິງແຈ້ງການມາຍັງບັນດາທ່ານເພື່ອຊາບ,ສ່ວນຂ່າວລືຂອງກຸ່ມຄົນບໍ່ດີໄດ້ລົງເຟສໄປວ່າ:

ມີພໍ່ຄ້າຊາວຂາຍສັນຊາດໄທທີ່ມາວາງສະແດງຂາຍເຄື່ອງໃນງານຕະຫລາດນັດຢູ່ໃນງານເທດສະການຜີໂຂນນັ້ນໄດ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ ຫືລໂຄວິດ19ແລ້ວເສຍຊີວິດຢູ່ໂຮງໝໍເມືອງປາກລາຍນັ້ນ,ແມ່ນບໍ່ມີຄວາມຈິ່ງຈາກການຢັ້ງຢືນຂອງຜູ້ອຳນວຍການໂຮງໝໍເມືອງປາກລາຍ,

ດັ່ງນັ້ນຈິງແຈ້ງມາຍັງທຸກພາກສ່ວນຂອງສັງຄົມທີ່ເສບຂ່າວທາງສື່ອອນລາຍຈົ່ງມີສະຕິໃນການບໍລິໂພກຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ,ສ່ວນກຸ່ມຄົນບໍ່ດີໄດ້ປ່ອຍຂ່າວລົງທາງເຟສບຸກສື່ອອນລາຍທີ່ບໍ່ມີມູນຄວາມຈິງອອກໄປນັ້ນ,ປະຈຸບັນທາງເຈົ້າໜ້າທີ່ກໍາລັງນຳໂຕມາສຶກສາອົບຮົມແລະດໍາເນີນຄະດີໄປຕາມກົດໜາຍ.

ແຫຼ່ງຂໍ້ມູນ: ສະຖານີວິທະຍຸ FM98,00 ເມືອງປາກລາຍຂ່າວສານ ແລະ ບັນເທີງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...