ລາວເດີນຫນ້າກຽມການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຈຸດແຂວງຫຼວງພະບາງ

ພາບຈຳລອງ

ເມື່ອບໍ່ດົນມານີ້, ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ, ໄດ້ເປີດເຜີຍໃຫ້ຮູ້ວ່າ:

ປັດຈຸບັນລາວເຮົາກຽມກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ ຈຸດຫລວງພະບາງ ແລະ ຈັງຫວັດອຳນາດຈະເລີນ ປະເທດໄທ ເປັນໂຄງການໜື່ງທີ່ນອນຢູ່ໃນແຜນການພັດທະນາເຂື່ອນຕາມລຳນ້ຳຂອງ, ໂດຍມີທີ່ຕັ້ງຢູ່ຫຼັກກິໂລແມັດທີ່ 2036 ກມ ຈາກປາກແມ່ນ້ຳຂອງ, ໄລຍະຫ່າງຈາກ ເມືອງຫລວງພະບາງ ໄປທາງທິດເໜືອປະມາານ 25 ກມ,

ເຊີ່່ງຢູ່ລະຫວ່າງ ໂຄງການພະລັງງານນ້ຳ ຈຸດປາກແບ່ງ ແລະ ໂຄງການພະລັງງານນ້ຳ ໄຊຍະບູລີ, ຊື່ງຈະສ້າງເປັນຮູບແບບຝາຍນ້ຳລົ້ນ ໂດຍປະລິມານນ້ຳເຂົ້າຈະເທົ່າກັບປະລິມານນ້ຳເຂົ້າກັງຫັນ ແມ່ນ 5.355 ແມັດກ້ອນ ຕໍ່ວິນາທີ, ຄາດວ່າຈະມີກຳລັງຕິດຕັ້ງສູງສຸດ 1.460 ເມກາວັດ, ມີປະຕູລະບາຍນ້ຳລົ້ນ 9 ປ່ອງ,

ໃນນັ້ນ, 3 ປ່ອງແມ່ນເພື່ອຊ່ວຍລະບາຍຕະກອນ, ມີທາງເດີນເຮືອ 2 ພັກ ຊື່ງຈະສາມາດ ຮັບນ້ຳໜັ້ກເຮືອໄດ້ 500 ໂຕນ ຕາມມາດຕະຖານຂອງບົດ ແນະນຳໃນການສ້າງເຂື່ອນຢູ່ຕາມລຳນ້ຳຂອງສາກົນ ແລະ ມີຊ່ຶງທາງຂື້ນລົງຂອງປາໄດ້ສະດວກສະບາຍ, ໂຄງການດັ່ງກ່າວເລີ່ມກະກຽມແຕ່ປີ 2020 ຄາດວ່າຈະສຳເລັດໃນປີ 2027.

ປັດຈຸບັນໄດ້ສຳເລັດ ການສຶກສາລົດວິພາກເສດຖະກິດ-ເຕັກນິກ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມໄດ້ນຳສົ່ງເອກະສານທັງໝົດ ເພຶ່ອຜ່ານຂະບວນການ ປຶກສາຫາລືລ່ວງໜ້າ ( ຕາມສົນທິສັນຍາ 1995) ກັບບັນດາປະເທດສະມາຊິກອົງການແມ່ນ້ຳຂອງ ແລະ ຄຳຄິດຄຳເຫັນຕ່າງໆ ຈາກບັນດານປະເທດເຫຼົ່ານັ້ນ ຕໍ່ບັນຫາທີ່ຄາດວ່າຈະມີຜົນກະທົບເກີດຂື້ນ, ເພຶ່ອນຳຂໍ້ມູມດັ່ງກ່າວມາປັບປຸງການ ອອກແບບ ໂຄງການ ໃຫ້ມີຄວາມທັນສະໄໝ, ເພຶ່ອຫຼຸດຜ່ອນຜົນກະທົບໜ້ອຍທີ່ສຸດ ແລະ ສອດຄ່ອງກັບນະໂຍບາຍການພັດທະນາເພື່ອຄວາມຍືນຍົງ ຂອ

ລັດຖະບານລາວ ກໍຄືບັນດາປະເທດສະມາຊິກ. ຊື່ງໄດ້ສົ່ງເອກະສານ ທັງໝົດໄປໃນວັນທີ່ 3 ກໍລະກົດ 2019 ໂດຍຜ່ານອົງການແມ່ນ້ຳຂອງສາກົນ ເພຶ່ອສົ່ງຕໍ່ໃຫ້ແກ່ປິເທດສະມາຊິກ.

ແຫຼ່ງຂໍ້ມູນ: ລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...