ຂໍຂອບໃຈນຳຜູ້ສະໜັບສະໜູນ

ຈົບລົງໄປເປັນທີ່ຮຽບຮ້ອຍສໍາລັບການປະກວດ Miss international Queen 2020 ເຊິ່ງກໍໄດ້ສາວງາມຈາກປະເທດ Mexico – Valentina Fluchaire ຄອງມຸງກຸດ, ຍິນດີນໍາຮອງອັນດັບ Thailand – Ruethaipreeya Nuanglee, ຮອງອັນດັບ 2 Brazil – Ariella Moura.

ສ່ວນລາວເຮົາ ອາລິຍາ ສິຣິໂສພາ ຕຸບີ່ Miss international Queen Laos 2020 ຕົວແທນປະເທດລາວໃນເວທີປະກວດດັ່ວກ່າວ ເຖິງວ່າຈະບໍ່ສາມາດຄວ້າລາງວັນໃດມາໄດ້ກໍຕາມ, ຕຸບີ່ ສາມາດຕິດທ໊ອບ 12 ເຜີຍແຜ່ຄວາມງາມ, ວັດທະນະທໍາຂອງລາວໃຫ້ສາກົນໄດ້ຮັບຮູ້.

ຫຼ້າສຸດ ຕຸບີ່ ອາລິຍາ ສິຣິໂສພາ ໄດ້ໂພສຄວາມໃນໃຈຜ່ານເຟດຂອງຕົນວ່າ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈາກເດັກນ້ອຍຄົນຫນຶ່ງທີ່ມີຄວາມຝັນຢາກເປັນນາງງາມ ຢາກປະກວດເທິງເວທີລະດັບໂລກ ໃນມື້ນີ້ຄວາມຝັນໄດ້ເປັນຈິງ ເຖິງວ່າຈະບໍ່ປະສົບຜົນສຳເລັດ ແຕ່ຄັ້ງຫນຶ່ງໄດ້ເຮັດຕາມຄວາມຝັນຂອງໂຕເອງໄດ້ຖືສາຍສະພາຍປະເທດລາວ ເຖິງເວທີສາກົນ ພູມໃຈທີ່ສຸດ? ສິ່ງທີ່ໄດ້ຈາກເວທີນີ້ ທີ່ຍິງໃຫຍ່ໄປກວ່າມົງກຸດ ຄືມິດຕະພາບ ທີ່ຫາໃສບໍ່ໄດ້ອີກແລ້ວ

ຕ່າງຄົນຕ່າງພາສາ ຕ່າງສາສະຫນາແຕ່ສາມາດຢູ່ຮ່ວມກັນໄດ້ສິ່ງທີ່ໄດ້ຮັບຄືມາຄືຄວາມຈິງໃຈທີ່ມີໃຫ້ກັນນັ້ນເປັນສິ່ງທີ່ຫນ້າພູມໃຈ ທຸກຄົນຄື The winner ຂອງໂຕເອງ?

ຂອບໃຈທ່ານVannaly Onsavath ປະທານໂຄງການລາວຊຸບເປີໂມເດລ ທີ່ສະຫນັບສະຫນູນແລະສົ່ງເສີມມາຕະຫລອດ ຂອບໃຈທີມງານເບື້ອງຫນ້າແລະເບື້ອງຫລັງຫມົດທຸກຄົນ?? ຂອບໃຈທຸກແຮງເຊຍ ທຸກກຳລັງໃຈຈາກພີ່ນ້ອງຊາວລາວ?ຂອບໃຈຫມູ່ຄູ່ທຸກໆຄົນ?

Miss international Queen 2020, Top12 miss international Queen

ແຫຼ່ງຂໍ້ມູນ: ຊຸບຊິບອັບເດດ


Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້