ຜູ້ປະກອບການ ສະເຫນີລັດຖະບານຜ່ອນຜັນບາງບັນຫາ ຫລັງໂຄວິດພົ່ນພິດ

ທີ່ນະຄອນຫລວງວຽງຈັນ, ຜູ້ປະກອບການຈາກທຸກຂະແຫນງການຕ່າງ ໄດ້ຮີບຮ້ອນປຶກສາຫາລື ແລະ ຂຸ້ນຂ້ຽວຊອກຫາທາງອອກແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-2019 ພາຍຫລັງອຸດສາຫະກໍາທ່ອງທ່ຽວ ແລະ ທຸກລະກິດອື່ນໆ ໄດ້ຮັບກະທົບໂດຍກົງ ເຊິ່ງກອງປະຊຸມຄັ້ງແມ່ນນໍາເອົາຄວາມຄິດຄວາມເຫັນ ແລະ ຂໍ້ມູນຕົວຈາກຜູ້ປະກອບການເພື່ອນໍາໄປສະເຫນີຕໍ່ຢູ່ກອງປະຊຸມລັດຖະບານຈະມີຂຶ້ນລະຫວ່າງວັນທີ 11 ມີນາ 2020 ນີ້.

ບັນຫາສ່ວນໃຫຍ່ ແມ່ນເລັ່ງໃສ່ເລື່ອງນະໂຍບາຍຫລຸດຢ່ອນຜ່ອນຜັນການເສຍພັນທະອາກອນ, ໃຫ້ທະນາຄານກ່ຽວຂ້ອງພິຈາລະນາກ່ຽວກັບດອກເບ້ຍລົງໃຫ້ກຸ່ມທຸລະກິດຕ່າງໆ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້ມີຈຸດປະສົງລະດົມຄວາມຄິດເຫັນຂອງພາກທຸລະກີດໃນຂະແຫນງ ອຸດສະຫະກຳທ່ອງທ່ຽວ (ໂຮງແຮມ ຮ້ານອາຫານ ສາຍການບິນ ສະຖານທີ່ທ່ອງທ່ຽວ ບສ ບໍລິການລົດເມ ລົດເຊົ່າ ບສ ບໍລິການການທ່ອງທ່ຽວ….. )

ປະເມີນຜົນກະທົບໃນສະຖານະການການລະບາດຂອງ COVID19 ຫາທາງອອກຮ່ວມກັນວ່າຈະຊ່ວຍກັນແບບໃດລະວ່າງພາກທຸລະກິດນຳກັນ ແລະຂໍ້ສະເຫນີຕ່າງໆຫາພາກລັດເພື່ອຂໍຄວາມຊ່ວຍເຫລືອໂຍະຍານຜ່ອນຜັນການຊໍາລະພັນທະຕ່າງໆອອກໄປ ລວມທັງພັນທະທະທາຄານ ເພື່ອໃຫ້ມີເງິນສົດມາປະຄອງ ບສ ໃຫ້ຜ່ານພົ້ນໄລຍະຫຍູ້ງຍາກນີ້ໄປໃຫ້ໄດ້ກ່ອນຈະກ້າວໄປເຖິງປິດກິດຈະການ.

ຫລາຍ ບສ ກໍໄດ້ມີຫລາກຫລາຍຂໍ້ສະເຫນີແລະບົດຮຽນມາແລກປ່ຽນກັນເຊິ່ງຫລີກລ້ຽງບໍ່ໄດ້ຕໍ່ຜົນກະທົບເຖິງພະນັກງານອົງກອນທີ່ທຸກຄົນຕ້ອງໄດ້ຊ່ວຍກັນເຖິງແມ່ນຈະກະທົບລາຍຮັບປະຈຳແຕ່ກໍຈຳເປັນໄດ້ຖອຍຄົນລະກ້າວເພື່ອໃຫ້ອົງກອນຂ້າມຜ່ານໄປໄດ້ ຫວັງວ່າວິກິດການທີ່ແຜ່ລາມແລະມີຜົນກະທົບທົ່ວໂລກແບບນີ້ຈະຜ່ານ ພົ້ນໄປໂດຍໄວ.

ກ່ອນແຕ່ລະ ບສ ຈະຫມົດອົກຊີກ່ອນ ແນະນຳໃຫ້ພາກທຸລະກິດທຸກພາກສ່ວນຈົ່ງພ້ອມກັນສ້າງຄວາມເຊື່ອຫມັ້ນໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຮັດພ້ອມກັນທົ່ວປະເທດໂດຍຢ່າງນ້ອຍໃຫ້ມີການປ້ອງກັນ ຂັ້ນພື້ນຖານທຸກສະຖານທີ່ຂອງຕົນໃຫ້ມີ alcohol ລ້າງມື ສະແກນອຸນນະພູມຂອງແຂກຄົນເຂົ້າອອກທຸກຄັ້ງ ໃຫ້ການຮ່ວມມືແລະປະຕິບັດຕາມຄຳສັ່ງບັນດາມາດຕະການຕ່າງໆຂອງທາງ ລຖບ ຢ່າງເຄັ່ງຂັດ ເປັນໂອກາດຜູ້ຜະລິດພາຍໃນພະຍາຍາມພັດທະນາສິນຄ້າຂອງຕົນໃຫ້ມີຄຸນນະພາບ.

ເຊິ່ງປະເທດເພື່ອບ້ານເຮົາລະບາດແບບນີ້ ຄົນລາວເອງກໍລະວັງຕົວຫລາຍຂື້ນໂດຍການບໍ່ຂ້າມໄປບ້ານເພິ່ນຫລາຍຄືຜ່ານມາເຊິ່ງຫມາຍເຖິງເພີ້ມຄວາມສ່ຽງໃນການຈະຕິດເຊື້ອ ຖ້າທຸກຄົນຊ່ວຍກັນ ລາວທ່ຽວລາວ ລາວຊ່ວຍລາວ ລາວໃຊ້ຂອງລາວ ແລະພາກລັດເອງກໍຍື່ນມືເຂົ້າມາຊ່ວຍເຫລືອພາກທຸລະກິດໃນໄລຍະວິກິດນີ້

ເຊື່ອວ່າພວກເຮົາຈະປະຄັບປະຄອງກັນໄປໃຫ້ຜ່ານພົ້ນຊ່ວງຍາກລຳບາກນີ້ໄດ້ນຳກັນ ສູ້ໆເດີ້ທຸກທ່ານ ລວມທັງໂຕເອງນຳ.

ແຫຼ່ງຂໍ້ມູນ: ໂດຍ: ສອດສ່ອງ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...