ລາວ – ມຽນມາ ຈະສືບຕໍ່ຮ່ວມມືສົ່ງເສີມການທ່ອງທ່ຽວ

ໃນໂອກາດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ – ມຽນມາ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ອູຈໍຕິນ ລັດຖະມົນຕີກະຊວງຮ່ວມມືສາກົນແຫ່ງ ສາທາລະນະລັດ ສະຫະພາບມຽນມາ ໄດ້ລົງນາມບົດບັນທຶກແຜນການຮ່ວມມືລະຫວ່າງ ຂະແໜງການກ່ຽວຂ້ອງທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນໃຫ້ເກີດດອກອອກຜົນ.

ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຊອກຫາກາລະໂອກາດຮ່ວມກັນ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ ກໍຄືລະດັບອະນຸພາກພື້ນ ແລະ ພາກພື້ນ ເພື່ອເປັນການເຜີຍແຜ່ຄວາມສວຍງາມດ້ານທຳມະຊາດ ແລະ ຄວາມຮັ່ງມີທາງດ້ານມໍລະດົກວັດທະນະທຳ.

ພ້ອມດຽວກັນ, ກໍໃຫ້ສົ່ງເສີມການທ່ອງທ່ຽວ ແລະ ການໄປ – ມາຫາສູ່ກັນຂອງປະຊາຊົນສອງປະເທດ ເພື່ອສ້າງ ຄວາມໃກ້ຊິດ ແລະ ເຂົ້າອົກເຂົ້າໃຈກັນໃຫ້ຫຼາຍຂຶ້ນ.

ພາຍຫຼັງສຳເລັດກອງປະຊຸມຝ່າຍລາວ ກໍໄດ້ຖືໂອກາດດັ່ງກ່າວຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ມອບເງິນຊ່ວຍເຫຼືອມູນຄ່າ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອເພື່ອນມິດມຽນມາ ໃນການຟື້ນຟູຊ່ວຍເຫຼືອປະຊາຊົນທີ່ລັດຣະຄ່າຍ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...