ລັດຖະບານ ອອກ 9 ມາດຕາການ ເພື່ອຮັບມື ແລະ ສະກັດກັນ ໂຄວິດ – 19

1. ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ. ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ໃນນັ້ນລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານ ໃນການກວດກາ, ກັ່ນກ່ອງຫາຜູ້ຕິດເຊື້ອພະຍາດ ຢ່າງໄດ້ມາດຕະຖານ ຈຶ່ງອະນຸຍາດໃຫ້ເປີດ ໃຫ້ເຂົ້າ-ອອກ ປົກກະຕິ ໄດ້;
2. ໂຈະການອອກວີຊາ VISA ກັບດ່ານທຸກປະເພດ, ລວມທັງ ອີ-ວີຊາ (E-Visa) ແລະ ການອອກວີິຊາທ່ອງທ່ຽວ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ ວີິຊາເຂົ້າລາວແລ້ວ ກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ. ສຳລັບປະເທດ ທີ່ໄດ້ຮັບການຍົກເວັ້ນວີຊາ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວີິຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາ ໃໝ່ຂອງລັດຖະບານ.
3. ຫຼີກລ່ຽງການເດີນທາງໄປຕ່າງປະເທດ ໃນໄລຍະນີ້ ຂອງ ພົນລະເມືອງລາວ, ໂດຍສະເພາະ ການເດີນທາງ ດ້ວຍຍົນ ແລະ ພະຫະນະ ທີ່ມີຄົນຫຼາຍ.
4.ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວດ້ວຍຕົນເອງຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ. ກໍລະນີມີອາການໄຂ້ ກໍຕ້ອງຕິດຕໍ່ຫາໝໍ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງໂດຍດ່ວນ (ລາຍລະອຽດ ໄດ້ກຳນົດໄວ້ໃນໜັງສືແຈ້ງການ ຂອງຄະນະສະເພາະກິດ ສະບັບເລກທີ 12/ສພກ, ລົງວັນທີ 16 ມີນາ 2020).
5.ຫຼີກລ່ລ້ຽງການໂຮມຊຸມນຸມໃຫ່ຍ ທີ່ມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເປັນຕົ້ນ: ງານບຸນປະເພນີຕ່າງໆ, ງານວາງສະແດງສິນຄ້າ, ງານແຂ່ງຂັນກິລາ, ງານດອງ, ບັນດາກິດຈະກຳຳຕ່າງໆໃນການສະເຫຼີມສະຫຼອງບຸນປີໃໝ່ ລາວ ແລະ ອື່ນໆ

ພາບປະກອບ


6. ປິດກິດຈະການຮ້ານບັນເທິງ, ຮ້ານຄາະຣາໂອເກະ ແລະ ຮ້ານນວດ, ສ່ວນກິດຈະ ການອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການ ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ແມ່ນການກວດອຸ່ນຫະພູມ ແລະ ສະໜອງນໍ້າຢາລ້າງມື ໃຫ້ລູກຄ້າ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.
7.ປິດໂຮງຮຽນ ແຕ່ໂຮງລ້ຽງເດັກ, ອະນຸບານ, ປະຖົມສຶກສາ, ມັດທະຍົມ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນທົ່ວປະເທດ ຊົ່ວຄາວ ຈົນກວ່າມີການປ່ຽນແປງ, ພ້ອມກັນນັ້ນ ກໍໃຫ້ສົມທົບກັບບັນດາໂຮງຮຽນ ເພື່ອຮີບຮ້ອນຄົ້ນຄວ້າປືກສາຫາລື ເພື່ອກຳນົດນະໂຍບາຍ ຫລື ຄໍາແນະນໍາໃນການສົ່ງເສີມວິທີການຮຽນ-ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ ໃຫ້ນັກຮຽນ-ນັກສຶກສາ.
8. ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດິນທາງມາຈາກປະເທດທີ່ມີຄວາມສ່ຽງໃນນັ້ນ ລວມເຖິງແຮງງານລາວ ແລະ ນັກສຶກສາລາວ ທີ່ຈະເດີນທາງກັບລາວ ໃນໂອກາດບຸນປີໃໝ່ລາວໃນປີນີ້ (ກ່ຽວກັບແຮງງານລາວ ຈະມີການແນະນຳຳລະອຽດຕ່ຕາງຫາກ).
9. ແນະນຳໃຫ້ຄົນລາວ ທີ່ອາໃສຢູ່ຕ່າງປະເທດ ເລື່ອນການເດີນທາງກັບປະເທດ ຈົນກວ່າສະຖານະການ ການລະບາດທົ່ວໂລກຈະດີຂຶ້ນ.

ພາບປະກອບ

ແຫຼ່ງຂໍ້ມູນ: ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...