ສປ.ຈີນ ມອບເຄື່ອງຊ່ວຍຕ້ານໂຄວິດ-19 ໃຫ້ແກ່ລາວ

ທີ່ກະຊວງການຕ່າງປະເທດໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອລ້າຈາກອຳນາດການປົກຄອງແຂວງຫູໜານ ແລະເຄື່ອງຊ່ວຍເຫຼືອຈາກບໍລິ ສັດ ຊ່ຽງເຟິງສາກົນ ແຂວງຫູໜານ, ເພື່ອມອບໃຫ້ລັດຖະບານລາວນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງສົ່ງຜົນກະທົບເປັນວົງກວ້າງໃນປະຈຸບັນເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ:

ເຄື່ອງວັດແທກອຸນຫະພູມອິນຟາເຣດ ຈຳນວນ 100 ອັນ, ຊຸດປ້ອງກັນການແພດ 80 ຫີບ(ຈຳນວນ 2.000 ຊຸດ) ແລະ ແວ່ນຕາປ້ອງກັນຂອງແພດ 50 ຫີບ (ຈຳນວນ 400 ອັນ).

ຕາງໜ້າຝ່າຍ ສປ ຈີນ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍທ່ານ ຊົ້ງ ເຈຍ ເຟິງ, ປະທານບໍລິສັດ ຊ່ຽງເຟິງສາກົນ ແຂວງຫູໜານ, ປະທານກິດຕິມະສັກຖາວອນສະ ພາການຄ້າແຂວງຫູໜານປະຈຳລາວພ້ອມດ້ວຍຄະນະ ແລະ ຕາງໜ້າຝ່າຍລາວຮັບໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແລະບໍລິສັດ ການບິນລາວ ເຂົ້າຮ່ວມເປັນສັກຂີພິຍານ.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...