ເປີດຮັບອາສາສະໝັກໄວໜຸ່ມ ກຽມພ້ອມຮັບໃຊ້ສັງຄົມ ໂດຍບໍ່ຫວັງຜົນຕອບແທນ

ອີງໃສ່ສະພາບການແຜ່ລະບາດ ຂອງພະຍາດອັກເສບປອດທີ່ເກີດຈາກ ເຊື້ອຈຸລະໂລກສາຍພັນໃຫມ່ covid-19 ປະຈຸບັນໄດ້ຂະຫຍາຍໄປທົ່ວໂລກ ເພື່ອຮັບມືກັບສະພາບການດັ່ງກ່າວທີ່ເກີດຂື້ນໃນປະເທດເຮົາ ສະນັ້ນ , ທາງສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ ຈຶ່ງໄດ້ເປີດຮັບເອົາອາສາສະຫມັກຊາວຫນຸ່ມ ກຽມພ້ອມຮັບໃຊ້ , ຮັບມືກັບພະຍາດໃຫ້ແກ່ສັງຄົມ ໂດຍບໍ່ຫວັງຜົນຕອບແທນ ຈໍານວນ 100 ຄົນ.

ເຊິ່ງມີມາດຖານເງື່ອນໄຂດັ່ງນີ້ :

1.ເປັນເພດຊາຍ ອາຍຸ 15-35 ປີ

2.ມີສຸຂະພາບແຂງແຮງດີ ມີຄວາມສະດວກໃນທຸກດ້ານ

3 .ຕ້ອງເປັນຜູ້ທີ່ສະຫມັກໃຈແທ້ ສາມາດເຂົ້າຮ່ວມເຄື່ອນໄຫວໃນທຸກເວລາ

ຫມາຍເຫດ : ພາຍຫຼັງໄດ້ຜູ້ສະຫມັກແລ້ວພວກເຮົາຈະມີການຄັດເລືອກຕື່ມ ແລະ ຈະມີກົດລະບຽບສະເພາະເວລາຈັດຕັ້ງປະຕິບັດ

ຕິດຕໍ່ສະຫມັກໂດ້ທີ່ເບີໂທ:

– ສະຫາຍ ນາງ ຊາລັນຍາ ແກ້ວຈອມສີ 020 77 612 020

– ສະຫາຍ ໄຊສະຫວັດ ສຸວັນໄຊ 020 59 897 933

– ກົມຂະບວນການຊາວຫນຸ່ມ 021 453565

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...