ຮ້ານນວດ-ຮ້ານກິນ-ດື່ມຂອງຄົນຕ່າງປະເທດ ບໍ່ໃຫ້ການຮ່ວມມືຕໍ່ການປະຕິບັດມາດຕະການຕ້ານພະຍາດ COVID-19

ບັນດາຮ້ານບັນເທີງ ຄາຣາໂອເກະ ຮ້ານອາຫານ ຮ້ານກິນ-ດື່ມ ແລະ ອື່ນໆ ທັງໃນຮົ່ມ ແລະ ກາງແຈ້ງ ຢູ່ນະ ຄອນຫຼວງວຽງຈັນ ໄດ້ປະຕິບັດຕາມແຈ້ງການຂອງຂັ້ນເທິງ ແລະ ຢຸດໃຫ້ການບໍລິການເປັນສ່ວນຫຼາຍ

ເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ຮ້ານນວດ ແລະ ຮ້ານກິນ-ດື່ມຈໍານວນບໍ່ໜ້ອຍ ຍັງຝ່າຝືນ ແລະ ເປີດໃຫ້ບໍລິການໂດຍບໍ່ຄໍານຶງເຖິງຜົນກະທົບທີ່ຈະຕາມມາ.

ຫວ່າງບໍ່ດົນມານີ້, ຄະນະກຳມະການສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ (ຖວທ ນວ) ນໍາໂດຍທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງຕິດຕາມ ກວດກາ ແລະ ແນະນໍາຜູ້ປະກອບການຮ້ານອາຫານ ຮ້ານກິນ-ດື່ມ ຮ້ານນວດ-ສະປາ ແລະ ອື່ນໆ ຢູ່ເຂດເມືອງສີໂຄດຕະບອງ ຈັນທະບູລີ ໄຊເສດຖາ ແລະ ສີສັດຕະນາກ ຜ່ານການຕິດຕາມກວດກາບັນດາຮ້ານບັນເທີງ ຄາຣາໂອເກະ ຮ້ານອາຫານຈໍານວນຫຼາຍໄດ້ຢຸດໃຫ້ການບໍລິການແລ້ວ ເປັນຕົ້ນ

ຮ້ານອາຫານມູນເດີໄນ ຮ້ານນວດຂຸນຕາທ່າ ຮ້ານອາຫານຂອງເຮົາ ຮ້ານອາຫານ 3 ແຍກປາກປ່າສັກ ສ່ວນຮ້ານອາຫານເຮືອແພບອກຕໍ່ ຮ້ານອາຫານຂອບໃຈເດີ້ ຮ້ານອາຫານຕຸກຕິກ ຮ້ານກິນ-ດື່ມເຂດບ້ານໂພນປ່າເປົ້າ ຮ້ານນວດ ແລະ ຮ້ານກິນ-ດື່ມຂອງຄົນຕ່າງປະເທດຢູ່ເຂດບ້ານໜອງດ້ວງ ດົງນາໂຊກ ດົງນາທອງ ຮ້ານກິນ-ດື່ມຂອງຄົນລາວຢູ່ເຂດບ້ານໜອງແຕ່ງເໝືອ ຍັງເປີດບໍລິການ ເຊິ່ງຄະນະກໍາມະການໄດ້ແນະນໍາໃຫ້ຢຸດເຊົາ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...