Sunday, January 19, 2025

ກອງທັບເອົາໃຈໃສ່ຢ່າງເຂັ້ມງວດ ໃນການສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19

ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງຫົວ ໜ້າກົມເສນາຮັກ ກົມໃຫຍ່ພະ ລາທິການກອງທັບ, ຄະນະກອງ ເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ຕໍ່ການລະບາດຂອງພະຍາດອັກ ເສບປອດ ຍ້ອນເຊື້ອຈຸລາໂລກໂຄ ໂລນາສາຍພັນໃໝ່ ( ໂຄວິດ-19 ) ທັງເປັນຮອງຄະນະຊີ້ນໍາລວມ ຂອງຄະນະສະເພາະກິດກົມໃຫຍ່ ພະລາທິການກອງທັບໃຫ້ຮູ້ວ່າ:

ສໍາລັບກອງທັບປະຊາຊົນລາວ ພາຍຫຼັງທີ່ມີແຈ້ງການຂອງລັດຖະບານ ກໍຄືຄະນະສະເພາະກິດລະດັບຊາດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດອັກເສບປອດ ຍ້ອນເຊື້ອຈຸລາໂລກສາຍພັນໃໝ່ (ໂຄວິດ-19), ຄະນະນໍາກະຊວງປ້ອງກັນປະເທດກໍຊີ້ນໍາກົມເສນາຮັກ ກໍຄືໜ່ວຍງານວິຊາສະເພາະ ທີ່ກ່ຽວຂ້ອງມີການເຄື່ອນໄຫວ ແລະ ນໍາໃຊ້ທຸກເງື່ອນໄຂ, ທ່າແຮງເຂົ້າໃນການສະກັດກັ້ນ ແລະ ປ້ອງກັນຕໍ່ການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19 ດ້ວຍ ການມອບໃຫ້ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບລົງເຄື່ອນໄຫວ ໂຄສະນາສຸຂະສຶກສາຢູ່ບັນດາກະຊວງ, ອົງການ, ກົມ, ກອງ, ບັນດາບໍລິສັດ, ຫ້າງຮ້ານ, ສະຖາບັນການສຶກສາ, ໂຮງໝໍ ແລະ ບັນດາບ້ານຢ່າງທົ່ວເຖິງກ່ຽວກັບຜົນຮ້າຍ, ວິທີການປ້ອງກັນ ແລະ ອື່ນໆອັນໄດ້ເຮັດໃຫ້ພະນັກງານ-ນັກຮົບ, ລັດຖະກອນ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ ແລະ ປ້ອງກັນຕົນເອງຈາກເຊື້ອພະຍາດໂຄວິດ-19 ຕັ້ງ ແຕ່ຫົວທີ.

ນອກນີ້ຍັງໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະສະ ເພາະກິດສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນກົມໃຫຍ່ ພະລາທິການກອງທັບ ເພື່ອເປັນສູນກາງໃນການຊີ້ນໍາ-ຊຸກຍູ້ບັນດາອົງ ການ, ກົມກອງ ແລະ ບັນດາໂຮງໝໍທີ່ຢູ່ໃນຖັນແຖວກອງທັບ ແຕ່ສູນກາງລົງຮອດກົມກອງທ້ອງຖິ່ນໃຫ້ເປັນເຈົ້າການໃນການປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດໂຄວິດ-19 ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນຜົນສະພາບການລະບາດຢ່າງໃກ້ຊິດ ແລ້ວລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະວັນ, ໄດ້ກໍານົດເອົາໂຮງໝໍສູນກາງ 103 ກອງທັບ ແລະ ບັນດາໂຮງໝໍບໍລິເວນຂອງກອງທັບເປັນໂຮງໝໍຫຼັກໃນການ ກຽມຄວາມພ້ອມປິ່ນປົວຄົນເຈັບ ກໍລະນີສົງໄສຕິດເຊື້ອພະຍາດກໍລະນີຮ້າຍແຮງ ຖ້າໂຮງໝໍບໍລິເວນປິ່ນປົວບໍໄດ້ແມ່ນສົ່ງຕໍ່ໃຫ້ໂຮງໝໍແຂວງ ເຊິ່ງເປັນໂຮງໝໍທີ່ລັດຖະບານໄດ້ປະກອບອຸປະກອນການແພດທີ່ໄດ້ມາດຕະຖານ ກຽມຮອງຮັບໃນຂອບເຂດທົ່ວປະເທດ.

ນອກນີ້, ຫ້ອງວ່າການກະຊວງປ້ອງກັນປະເທດກໍໄດ້ອອກແຈ້ງ ການເຖິງບັນດາຫ້ອງການກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ກອງພົນ, ກອງບັນຊາການທະ ຫານນະຄອນຫຼວງ-ແຂວງ, ກອງພັນໃຫຍ່ ແລະ ກົມວິທະຍາ ສາດ-ປະຫວັດສາດການທະຫານ ໂດຍເນື້ອໃນແຈ້ງການໄດ້ເນັ້ນໃຫ້ ແຕ່ລະພາກສ່ວນແຈ້ງໃຫ້ນາຍ ແລະ ພົນທະຫານທີ່ຢູ່ໃນສັງກັດຂອງຕົນ ໃຫ້ມີສະຕິລະວັງຕົວ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ, ຈໍາກັດການອອກໄປເຄື່ອນໄຫວກິດຈະກໍານອກສະຖານທີ່ພັກເຊົາ, ຈໍາກັດການໄປສະຖານທີ່ແອອັດ, ຫຼີກລ້ຽງການເຕົ້າໂຮມຄົນຈໍານວນຫຼາຍ, ຕ້ອງຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ, ລ້າງມືໃຫ້ສະອາດເລື້ອຍໆ, ປະຕິບັດມາລະຍາດໃນການໄອ, ຈາມ, ຖ້າຫາກມີອາການໄຂ້, ໄອ ຫຼື ຫາຍໃຈຍາກແມ່ນໃຫ້ຕິດຕໍ່ສາຍດ່ວນ 166 ທັນທີ, ເພື່ອຂໍຄໍາແນະນໍາສິ່ງທີ່ຄວນປະຕິບັດຕໍ່ໄປ.

ພ້ອມນີ້ກະຊວງປ້ອງກັນປະເທດ ກໍເຫັນດີອະນຸຍາດໃຫ້ນາຍ ແລະ ພົນທະຫານທີ່ເດີນທາງກັບມາຈາກຕ່າງປະເທດລາພັກເປັນເວລາ 14 ວັນ ເພື່ອຕິດຕາມຕົນເອງ ກ່ຽວກັບໝວດອາການທີ່ອາດຕິດເຊື້ອພະຍາດໂຄວິດ-19.

ພາຍຫຼັງຕິດຕາມ ແລະ ເຝົ້າລະວັງຮອດ 14 ວັນເຫັນວ່າສຸຂະພາບແຂງແຮງດີ ບໍ່ມີອາການບົ່ງບອກເຖິງການຕິດ ເຊື້ອພະຍາດຈຶ່ງອະນຸຍາດໃຫ້ໄປການປົກກະຕິ, ນອກນີ້ຍັງໃຫ້ແຕ່ລະພາກສ່ວນໂຈະ ຫຼື ເລື່ອນການຕ້ອນຮັບແຂກຕ່າງປະເທດ, ການເດີນທາງໄປຢ້ຽມຢາມ-ເຮັດວຽກຢູ່ຕ່າງປະເທດ, ການສົ່ງນາຍ ແລະ ພົນທະຫານໄປເຝິກອົບ ຮົມ ຫຼື ກໍ່ ສ້າງໄລຍະຍາວຢູ່ຕ່າງປະເທດ.

ສໍາລັບກົມເສນາຮັກກໍໄດ້ອອກແຈ້ງການເຖິງເສນາຮັກໃນຂອບເຂດທົ່ວປະເທດໃຫ້ແຕ່ງຕັ້ງໜ່ວຍແພດເພື່ອກວດກາຄັດກອງນາຍ, ພົນທະຫານ ແລະ ແຂກທີ່ເຂົ້າມາເຮັດວຽກ, ພົວພັນວຽກໃນຫ້ອງການຕ້ອງປະຕິບັດເຂັ້ມງວດຕາມຫຼັກການຂອງການແພດ, ຖ້າພົບກໍລະນີສົງໄສລາຍງານດ່ວນ ແລະ ຄັດແຍກຕາມລະບຽບຫຼັກ ການ, ບັນດາວິທະຍາຄານ, ໂຮງຮຽນໃນກອງທັບກໍໃຫ້ເອົາໃຈໃສ່ຕິດຕາມສຸຂະພາບຂອງນັກຮຽນນັກສຶກສາໃນແຕ່ລະວັນ, ເຮັດອະນາໄມຫໍພັກ, ເຮືອນຄົວ, ເຮືອນກິນເຂົ້າໃຫ້ສະອາດຢູ່ສະເໝີ.

ພິເສດກະຊວງປ້ອງກັນປະເທດ ກໍໄດ້ສະໜອງທຶນຈໍານວນໜຶ່ງຊື້ອຸປະກອນການແພດທີ່ຈໍາເປັນ ເພື່ອສະໜອງໃຫ້ພາກສ່ວນທີ່ມີ ຄວາມສ່ຽງ ແລະ ໜ່ວຍງານແພດ ຢູ່ບັນດາກົມກອງ ໂດຍສະເພາະ ກົມກອງເຂດຊາຍແດນທີ່ມີຄວາມ ສ່ຽງເພື່ອຕິດຕາມອາການ, ປ້ອງກັນຈາກພະຍາດໂຄວິດ-19.

ທັງໝົດນີ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງ, ຄວາມເປັນຫ່ວງເປັນໃຍຂອງຄະນະນໍາກະຊວງປ້ອງກັນປະເທດ ແລະ ໜ່ວຍງານ ທີ່ກ່ຽວຂ້ອງທີ່ມີຕໍ່ນາຍ ແລະ ພົນທະຫານທີ່ເປັນຮົ້ວຂອງຊາດນັ້ນ ໃຫ້ມີສຸຂະພາບແຂງແຮງຮັບປະກັນການເຮັດສໍາເລັດໜ້າທີ່ ອັນມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍ ໃຫ້ ທັງເປັນການສະກັດກັ້ນແລະ ປ້ອງກັນບໍ່ໃຫ້ເຊື້ອພະຍາດໂຄວິດ- 19 ເກີດຂຶ້ນຢູ່ໃນຖັນແຖວກໍາລັງ ປະກອບອາວຸດປ້ອງກັນຊາດ.

ໂດຍ: ຄອນສະຫວັນ ໄຊຍະລາດ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: