ສະມາຄົມພັດທະນາເສດຖະກິດອາຊີ-ຈີນ ມອບຜ້າອັດປາກ ໃຫ້ກະຊວງປ້ອງກັນປະເທດ

ທ່ານ ມ໋າຣຸ້ຍ ຫາວ ສະມາຄົມພັດທະນາ ເສດຖະກິດອາຊີ-ຈີນໄດ້ນໍາເອົາ ຜ້າອັດປາກ 50.000 ອັນ ລວມມູນຄ່າ 260.000.000 ກີບ ມາມອບໃຫ້ກະຊວງປ້ອງກັນປະເທດລາວ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ-19, ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ຕາງໜ້າໃຫ້ກະຊວງປ້ອງກັນປະ ເທດກ່າວຮັບເຄື່ອງດັ່ງກ່າວ ໂດຍ ສະຫາຍ ພົນຕີ ພູວົງ ວົງພົມ ຮອງ ລັດຖະມົນ ຕີກະຊວງປ້ອງກັນປະເທດ. ສະຫາຍ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ໄດ້ມີຄໍາເຫັນວ່າ:

ກ່ອນໜ້ານີ້ບໍ່ດົນ ສປປ ລາວ ບໍ່ວ່າກອງ ທັບກໍຄືພັກ-ລັດ ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປ ຈີນ ລວມທັງອຸປະ ກອນການແພດ ແລະ ວັດຖຸປັດໄຈ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປ ຈີນ,

ດັ່ງນັ້ນ, ເມື່ອປະເທດລາວກຳລັງຜະເຊີນກັບການລະບາດຂອງພະຍາດດັ່ງກ່າວນອກຈາກ ພັກ-ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແລ້ວຍັງມີຫຼາຍ ບໍລິສັດຂອງຈີນ ແລະ ບໍລິສັດຈີນ ທີ່ດຳເນີນທຸລະກິດຢູ່ລາວກໍໄດ້ໃຫ້ການຊ່ວຍເຫຼືອເປັນເຄື່ອງ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປລາວ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີ ກະຊວງປ້ອງ ກັນປະເທດ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບໃນກອງທັບປະຊາຊົນລາວກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຕີລາຄາສູງຕໍ່ກອງທັບ, ພັກ ແລະ ລັດຖະບານ ສປ ຈີນ ກໍຄືສະມາ ຄົມພັດທະນາເສດຖະກິດອາຊີ-ຈີນ ທີ່ເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນຂອງວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງນາຍ ແລະ ພົນທະຫານຂອງກອງທັບຕະຫຼອດ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ພວມຜະເຊີນໜ້າກັບການລະບາດຂອງພະຍາດ ໂຄວິດ-19

ເຊິ່ງໄດ້ໃຫ້ການຊ່ວຍເຫຼືອເຄື່ອງປ້ອງກັນພະຍາດດັ່ງກ່າວ ແກ່ກອງທັບພວກເຮົາ ເຊິ່ງສະແດງໃຫ້ເຫັນເຖິງນໍ້າໃຈຄວາມສາມັກຄີໄມຕີຈິດມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານເພື່ອນມິດສະຫາຍອ້າຍນ້ອງ ລາວ-ຈີນ, ຈີນ-ລາວ ແລະ ຈະ ນໍາເອົາການຊ່ວຍເຫຼືອໃນຄັ້ງນີ້ ໄປເຖິງພະນັກງານ-ນັກຮົບທົ່ວ ກອງທັບປະ ຊາຊົນລາວ.

ພ້ອມທັງໄດ້ສະແດງຄວາມດີໃຈ ແລະ ຊົມເຊີຍຢ່າງຈິງໃຈຕໍ່ພັກ-ລັດຖະບານ ສປ ຈີນ ທີ່ໄດ້ຮັບໄຊຊະນະໃນການຕ້ານການລະບາດ ຂອງພະຍາດໂຄວິດ- 19 ໄດ້ສໍາເລັດ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ລັດຖະບານຈີນ ຍັງໄດ້ສະໜອງຢາກວດເຊື້ອໄວຣັດ ຈຳນວນ 2.016 ຊຸດ ໃຫ້ແກ່ລາວ, ນອກນັ້ນ, ຍັງມີຊຸດປ້ອງກັນ 5.000 ຊຸດ, ຜ້າ ປິດປາກລຸ້ນ N95 ແລະ ຜ້າປິດ ປາກການແພດທຳມະດາ ຈຳ ນວນ 4 ແສນອັນ ພ້ອມກັບຢາກວດພະຍາດໄວຣັສ 2 ໜື່ນຊຸດ ທີ່ບໍລິຈາກໂດຍມູນນິທິແຈັກມາ ກຳລັງສົ່ງມາໃຫ້ລາວ.

ພ້ອມດຽວກັນນີ້, ອົງການປົກຄອງທ້ອງຖິ່ນຕ່າງໆຂອງຈີນເຊັ່ນ: ແຂວງຢຸນນານ, ຫູນານ, ນະຄອນສຸງສິງ, ແຂວງຊານຕົງ ແລະ ນະຄອນຊຽງໄຮ້ ໄດ້ພ້ອມກັບສະມາຄົມພັດທະນາເສດຖະກິດອາຊີຈີນ, ສະຫະພັນນັກວິສະຫະກິດຈີນ ແລະ ຕ່າງປະເທດ, ທະນາຄານ ICBC ສາຂານະຄອນຫຼວງວຽງ ຈັນກໍຄືອົງການຈັດຕັ້ງຕ່າງໆ ຊາວຈີນຢູ່ລາວກໍຄືຶຄະນະຊາວ ຈີນຕ່າງດ້າວກໍໄດ້ຕັ້ງໜ້າໃຫ້ການຊ່ວຍເຫຼືອ ແລະ ບໍລິຈາກ, ເຊິ່ງອຸ ປະກອນເຫຼົ່ານີ້ ສ່ວນໜຶ່ງໄດ້ສົ່ງມາຮອດລາວແລ້ວ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...