ອອກມາແລ້ວ! ແຈ້ງການຍົກເວັ້ນ ອາກອນເງິນເດືອນພະນັກງານພາກລັດແລະເອກະຊົນ ໃນໄລຍະ ໂຄວິດ-19

ພາບປະກອບ

ແຈ້ງການເຖິງ: ທ່ານຜູ້ອໍານວຍການ ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ທີ່ເປັນນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ໃນຂອບເຂດທົ່ວປະເທດ

ເລື່ອງ: ການຈັດຕັ້ງປະຕິບັດ ພັນທະອາກອນ ຕາມຂໍ້ຕົກລົງ ວ່າດ້ວຍການກໍານົດນະໂຍບາຍ ແລະມາດຕະການ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 – ອີງຕາມ ກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019; “ ອີງຕາມ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ກັນກາດລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮ້ອບດ້ານ ເພື່ອຕ້ານພະຍາດ COVID-19;

ອີງຕາມ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 31/ນຍ, ລົງວັນທີ່ 02 ເມສາ 2020 ວ່າດ້ວຍການກໍານົດ ນະໂຍບາຍ ແລະມາດຕະການ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ.

ກະຊວງການເງິນແຈ້ງການ ດັ່ງນີ້:

1. ໃຫ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ເງິນເດືອນ ຂອງຜູ້ອອກແຮງງານທັງຫມົດທັງພາກລັດ ແລະເອກະຊົນ ທີ່ມີລາຍໄດ້ 5 ລ້ານກີບລົງມາ ໃນໄລຍະ 3 ເດືອນ (ເດືອນເມສາ, ພິດສະພາ ແລະ ມິຖຸນາ).

ແຕ່ສໍາລັບຜູ້ ມີລາຍໄດ້ເງິນເດືອນ ເກີນ 5 ລ້ານກີບຂຶ້ນໄປ ໃຫ້ຄິດໄລ່ ຖຶກຍົກເວັ້ນ ຫ້າລ້ານກີບກ່ອນ ແລ້ວຈິ່ງຄິດໄລ່ຕາມຂັ້ນ ທະວິດນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019; ສໍາລັບໄລຍະເວລາ ການແຈ້ງແລະຊໍາລະອາກອນ ໃຫ້ປະຕິບັດດັ່ງນີ້: ” ອາກອນລາຍໄດ້ເງິນເດືອນ ຂອງເດືອນ ເມສາ 2020 ໃຫ້ແຈ້ງ ແລະຊໍາລະອາກອນ ບໍ່ໃຫ້ກາຍວັນທີ 20ພຶດສະພາ 2020, – ອາກອນລາຍໄດ້ເງິນເດືອນ ຂອງເດືອນ ພຶດສະພາ 2020 ໃຫ້ແຈ້ງ ແລະຊໍາລະອາກອນ ບໍ່ໃຫ້ກາຍວັນທີ 20 ມິຖຸນາ 2020; “ ອາກອນລາຍໄດ້ເງິນເດືອນ ຂອງເດືອນມິຖຸນາ 2020 ໃຫ້ແຈ້ງ ແລະຊໍາລະອາກອນ ບໍ່ໃຫ້ກາຍວັນທີ 20 ກໍລະກົດ 2020;

2. ປະຕິບັດນະໂຍບາຍ ຍົກເວັ້ນການເກັບອາກອນລາຍໄດ້ ຂອງຈຸນລະວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ທີ່ 2 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013 ເປັນໄລຍະ 3 ເດືອນ (ເດືອນເມສາ, ພິດສະພາ ແລະ ມິຖຸນາ) ,

ສໍາລັບຫົວຫນ່ວຍວິສາຫະກິດໃດຫາກໄດ້ມອບອາກອນລ່ວງຫນ້າຕາມສັນຍາ ແມ່ນສາມາດນໍາເອົາຈໍານວນເງິນອາກອນຂອງ ເດືອນເມສາ ພຶດສະພາ ແລະ ເດືອນມິຖຸນາ ໄປຫັກອອກໄດ້ໃນເດືອນຕໍ່ ໄປຈົນກວ່າຈະຫມົດ;

3. ສໍາລັບ ຜູ້ທີ່ປະຕິບັຕການແຈ້ງເສຍອາກອນລາຍໄດ້ເງິນເດືອນແບບມອບເຫມົາ ຫຼື ປະຕິບັດຕາມອັດຕາດົງທີ່ ຕາມສັນຍາສໍາປະທານທີ່ລັດຖະບານໄດ້ລົງນາມນັ້ນ ໃຫ້ແຈ້ງມອບຕາມສັນຍາໂຄງການທີ່ໄດ້ກໍານົດໄວ້ (ຫມາຍວ່າບໍ່ໄດ້ຮັບນະໂຍບາຍຍົກເວັ້ນຕາມຂໍ້ 1 ຂ້າງເທິງ):

4. ວິທີການແຈ້ງມອບອາກອນລາຍໄດ້ເງິນເດືອນສໍາລັບການຍົກເວັ້ນ 5 ລ້ານກີບ ແມ່ນໃຫ້ຜູ້ແຈ້ງມອບອາ ກອນເງິນເດືອນຕາມຂັ້ນຕອນ ແລະ ວິທີການປົກກະຕິ ທີ່ເຄີຍແຈ້ງຜ່ານມາ, ລະບົບ TaxRIS ຈະຄິດໄລ່ຍົກເວັ້ນ 5 ລ້ານກີບໃຫ້ແບບ ໂອໂຕໂນມັດ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ

ລັດຖະມົນຕີກະຊວງການເງິນ



InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...