ເອົາມາຝາກ! ວິທີເຮັດດອກໄມ້ນ້ຳຫອມເພື່ອຫົດສົງພະ

ບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊ່ັນ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້ທ່ີມີກ່ິນຫອມ ເຊັ່ນ ດອກເຂັມຂາວ, ດອກຈຳປາ,ດອກດາວເຮືອງ ແລະ ອື່ນໆ ເພ່ືອປຸງແຕ່ງນ້ຳຫອມສົງພະ.

ນອກຈາກນັ້ນ ເພ່ິນຍັງເອົາດອກ ແລະ ໃບຄູນ ມາເໜັບໄວ້ນຳປະຕູບ້ານປະຕູເຮືອນ ເພາະມີຄວາມເຊ່ືອວ່າເປັນສີລິມົງຄຸນ.

ສ່ວນປະສົມນ້ຳຫອມສົງພະ:

•    ກະກຽມດອກໄມ້ກິ່ນຫອມຕ່າງໆ
•    ນ້ຳສະອາດ
•    ຂີ້ໝິ້ນ
•    ຫວານຫອມ

ວິທີກະກຽມ

1.    ລ້າງດອກໄມ້ທີ່ກຽມໄວ້ໃຫ້ສະອາດ (ໃຊ້ສະເພາະດອກທີ່ດີບໍ່ເນົ່າຫຼືມີຮອຍຊ້ຳຈະເປັນການດີ)
2.    ນຳຂີ້ໝິ້ນ, ຫວານຫອມ ແລະ ດອກໄມ້ມາລ້າງນ້ຳໃຫ້ສະອາດ ແລ້ວຂູດໃຫ້ມຸ່ນ
3.    ເທນ້ຳສະອາດໃສ່ຂັນ ຫຼື ຄຸນ້ອຍ ຕາມດ້ວຍຂີ້ມິ້ນ ແລະ ຫວານຫອມທີ່ຂູດຂູດ, ຄົນໃຫ້ສ່ວນປະສົມລະລາຍເຂົ້າກັນແລ້ວຕອງດວ້ຍຜ້າຂາວສະອາດ
4.    ເກັບນ້ຳສະອາດທີ່ຕອງແລ້ວໄວ້ ແລ້ວໂຮຍດ້ວຍດອກໄມ້ຫອມທີ່ກຽມໄວ້ ເພື່ອນຳໄປສົ່ງພະ

ສຳລັບການສົງນ້ຳຢູ່ບ້ານຄວນປະຕິບັດດັ່ງນີ້

  • ຕຽມໂຕະວາງ ພ້ອມດ້ວຍຖາດຮອງສຳລັບຕອນສົງນ້ຳ
  • ກ່ອນສົງນ້ຳຫອມຕ້ອງນຳຜ້າສະອາດມາເຊັດລ້າງພະໃຫ້ສະອາດກ່ອນ

ແຫຼ່ງຂໍ້ມູນ: ພາເຂົ້າລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...