ຂ່າວດີ! ໂຮງໝໍມິດຕະພາບ ອະນຸຍາດໃຫ້ 1 ໃນກໍລະນີຄົນເຈັບ ພະຍາດໂຄວິດ-19 ກັບບ້ານໄດ້!

ວັນທີ 14 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ມີການຖະແຫຼ່ງຂ່າວ ໃຫ້ຮູ້ວ່າ ມາຮອດມື້ນີ້ ບໍ່ມີການກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ ລວມຍອດສະສົມ ຜູ້ຕິດເຊື້ອ ຢູ່ ສປປ ລາວ ທັງຫມົດ ຍັງຢູ່ທີ່ ຕົວເລກ 19 ຄົນ.

ແລະພິເສດ ມີ 1 ຄົນ ແມ່ນມີ ຜົນການກວດເປັນລົບ 2 ຄັ້ງໃນການກວດ 24 ຊົ່ວໂມງ ແລະທາງໂຮງໝໍ ແມ່ນອະນຸຍາດໃຫ້ກັບເມືອບ້ານໄດ້.

ແຕ່ຕ້ອງມີມາດມາດຕະການຕິດຕາມຕົນເອງ, ໃຊ້ຜັດອັດປາກ ແລະນັດຄືນມາກວດອີກຄັ້ງໜຶ່ງ ໃນມື້ທີ 14.

ກ່າວໂດຍ: ທ່ານ ດຣ ສະຫນອງ ທອງຊະນະ ຜູ້ອໍານວຍການໂຮງຫມໍ ມິດຕະພາບ

ຂໍຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີ ເອົາໃຈໃສ່ ຮັກສາບົວລະບັດຕົນເອງ ແລະ ປະຕິບັດຕາມມາດຕະຖານ ຄໍາແນະນໍາ ແລະ ມາດຕະການປ້ອງກັນ ຂອງລັດຖະບານລາວວາງອອກ ຢ່າງເຄັ່ງຄັດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...