Sunday, February 16, 2025

ຄະນະສະເພາະກິດຕ້ານ ແລະສະກັດກັ້ນ ພະຍາດໂຄວິດ-19 ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ນັກສຶກສາ

ທີ່ຫ້ອງການຄຸ້ມຄອງຫໍພັກນັກສຶກສາ ມຊ (ຫໍພັກຊີເກມ) ຄະນະສະເພາະກິດຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໄດ້ນຳເອົາເຄື່ອງບໍລິໂພກ ທີ່ທະນາຄານຮ່ວມພັດທະນາລາວ (JDB)ແລະຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ມອບໃຫ້ນັກສຶກສາລາວ ແລະນັກສຶກສາຕ່າງປະເທດທີ່ຍັງຕົກຄ້າງຢູ່ໃນຫໍພັກຂອງແຕ່ລະວິທະຍາເຂດຂອງ ມະຫາວິທະຍາໄລແຫ່ງຊາດ ໃນ 5 ວິທະຍາເຂດຄື:

ວິທະຍາເຂດດົງໂດກ (ຫໍພັກຊີເກມ ແລະຫໍພັກໃນ), ວິທະຍາເຂດໂສກປ່າຫຼວງ, ວິທະຍາເຂດນາບົງ, ວິທະຍາເຂດດອນນົກຄຸ້ມ ແລະວິທະຍາເຂດຕາດທອງ ເຊິ່ງປະກອບມີໝີ່ສຳເລັດຮູບ, ນໍ້າດື່ມ ແລະໜ້າກາກອະນາໄມ (ຜ້າປິດປາກ) ເຊິ່ງມີນັກສຶກສາທີ່ເປັນຕົວແທນຂອງແຕ່ລະພາກສ່ວນຕາງໜ້າມາຮັບເອົາ;

ພ້ອມນັ້ນ ຄະນະສະເພາະກິດທີ່ຮັບຜິດຊອບວຽກງານດັ່ງກ່າວ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເວົ້າລວມເວົ້າສະເພາະກໍແມ່ນ ມະຫາວິທະຍາໄລແຫ່ງຊາດ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຢ່າງສູງຕໍ່ກັບການໃຫ້ຄວາມຊ່ວຍໃນຄັ້ງນີ້ຈາກພາກສ່ວນຕ່າງໆອີກດ້ວຍ.

ແຫຼ່ງຂໍ້ມູນ: ເວບໄຊ ມຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.