ມາແລ້ວ ! ສະບຽງອາຫານ 5.000 ຊຸດ ມູນຄ່າ 300 ລ້ານກວ່າກີບ ຈະມອບໃຫ້ 5 ເມືອງໃນນະຄອນຫຼວງວຽງຈັນ

ຫຼາຍພາກສ່ວນໄດ້ສົມທົບສະບຽງອາຫານມອບໃຫ້ນະຄອນຫຼວງວຽງຈັນ ເຊິ່ງຊີ້ນຳໂດຍພະແນກຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ຄະນະສະເພາະກິດຕ້ານການລະບາດພະຍາດ Covid-19 ນະຄອນຫຼວງວຽງຈັນ, ໂທລະພາບນະຄອນຫຼວງ ແລະ ບັນດາຜູ້ປະກອບການຈາກສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ເພື່ອໄປມອບຊ່ອຍເຫຼືອຜູ້ທີ່ພົບຄວາມຫຍຸ້ງຍາກໃນການໄປທຳມາຫາກິນໃນໄລຍະກັກກັນ ເຊິ່ງຈັດສະບຽງອາຫານເປັນ 5.000 ຊຸດ ມູນຄ່າ 300 ລ້ານກວ່າກີບ.

ວິທີການແຈກຢາຍແມ່ນທາງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນຳຢ່າງໃກ້ຊິດເພື່ອບໍ່ໃຫ້ເກີດການຊຸມນຸມ ແລະ ບໍ່ໃຫ້ຄົນອອກມາ ເຊິ່ງຈະມອບໃຫ້ທາງເມືອງ ແລະ ນາຍບ້ານຈະມາຮັບແລ້ວໄປແຈກຢາຍໃຫ້ລູກບ້ານຂອງຕົນ. ໃນເບື້ອງຕົ້ນຈະມອບຢູ່ 5 ເມືອງກ່ອນດັ່ງນີ້:

1. ເມືອງຈັນທະບູລີ 2. ເມືອງສີໂຄດຕະບອງ3. ເມືອງສີສັດຕະນາກ 4. ເມືອງໄຊເສດຖາ 5. ເມືອງໄຊທານີ

ໂດຍມີຜູ້ຮ່ວມປະກອບສ່ວນຄື: ສະຖານວິທະຍຸ-ໂທລະພາບນະຄອນຫຼວງວຽງຈັນ, ບໍລິສັດ 3SD, ບໍລິສັດ AIDC, ບໍລິສັດ ຂວັນເມືອງກຣຸບ, ບໍລິສັດ ເມືອງລາວຟູດສ໌, ໂຮງງານນ້ຳກ້ອນອາວຫຼ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.

ແຫຼ່ງຂໍ້ມູນ: ວິທະຍຸຊາວໜຸ່ມລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,