Tuesday, February 11, 2025

ສົ່ງຄະນະແພດຊ່ຽວຊານກອງທັບຫວຽດນາມກັບຄືນປະເທດ!

ທີ່ໂຮງແຮມເມືອງແທັງ ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນຫວຽດນາມຈຳນວນ 7 ສະຫາຍ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫລັງທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ໃຫ້ການຊ່ວຍເຫລືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢູ່ ສປປ ລາວ, ແຕ່ວັນທີ 7 ເມສາ ເຖິງ 15 ເມສາ 2020.

ເປັນກຽດເຂົ້າຮ່ວມຂອງ ສະຫາຍ​ພົນຕີ​ ປອ ວົງຄຳ ພົມມະກອນ​ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ມີທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ​ ຫວຽດນາມ ປະຈຳ ລາວ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມພີທີສົ່ງຄັ້ງນີ້ຢ່າງພ້ອມພຽງ.

ໃນໂອກາດນີ້, ສະຫາຍ ຫົວໜ້າ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ຕາງໜ້າລັດຖະບານ, ກະຊວງປ້ອງກັນປະເທດ,ຄະນະສະເພາະກິດກະຊວງປ້ອງກັນປະເທດ,​ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງກະຊວງປ້ອງກັນປະເທດຫວຽດນາມກໍຄື ພັກ ແລະ ລັດຖະບານ ສສຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ

ໂດຍໄດ້ສົ່ງຄະນະຊ່ຽວຊານການແພດທະຫານຜູ້ທີ່ມີຄວາມຮູ້ ມີປະສົບການສູງ ພ້ອມທັງໄດ້ນຳເອົາອຸປະກອນການແພດທີ່ຈຳເປັນຕ່າງໆມີມູນຄ່າມະຫາສານ ມາຊ່ວຍເຫລືອແກ່ກອງທັບປະຊາຊົນລາວກໍຄືປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ ສປປ ລາວ ແລະ ໃນທົ່ວໂລກ.

ຕະຫລອດໄລຍະການປະຕິບັດໜ້າທີ່ຂອງຄະນະຊ່ຽວຊານການແພດຫວຽດນາມ ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກກາງ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດໂຄວິດ-19 ຂອງລາວເຮົາໃຫ້ສູງຂຶ້ນ,

ເປັນຕົ້ນແມ່ນ ໄດ້ຈັດການຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະ ປະສົບການຕົວຈິງ, ທັງໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນວິທີເຮັດວຽກ, ຄຸ້ມຄອງກໍລະນີຜູ້ຖືກສົງໄສ, ການຮັກສາອະນາໄມສິ່ງແວດລ້ອມ, ອາຄານສະຖານທີ່, ວິທີການກວດກາຊອກຫາເຊື້ອ ແລະ ການປິ່ນປົວພະຍາດ ດ້ວຍການນໍາໃຊ້ຢາຫລວງ-ຢາພື້ນເມືອງ ລວມມີ ປຶ້ມຄູ່ມືຈຳນວນໜື່ງ ເພື່ອໃຫ້ແພດຝ່າຍລາວ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະໄດ້ຮັບປະສິດທິຜົນສູງສຸດ.

ນອກນີ້, ຄະນະຊ່ຽວຊານການແພດດັ່ງກ່າວ ຍັງໄດ້ລົງໄປຢ້ຽມຢາມ, ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບ ທີ່ເປັນພະຍາດໂຄວິດ-19 ຢູ່ບັນດາໂຮງໝໍສູນກາງຫລາຍແຫ່ງ ແລະ ສູນຈຳກັດບໍລິເວນຫລາຍແຫ່ງ ຢູ່ນະຄອນຫລວງວຽງຈັນ​ ແລະ​ ກົມກອງທ້ອງຖີ່ນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມື ແລະ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້ໃນວົງກວ້າງ.

ແຫຼ່ງຂໍ້ມູນ: LaoArmyNews

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: