ພິທີຄອບໄຂ່ວອົງພຣະບາງ ບໍ່ໄດ້ອັງເຊີນລົງຫົດສົງ ໃນປີ ພສ 2563

ປີ 2020 ເປັນປີ ມີການຄອບໄຂ່ວອົງພຣະບາງ ບໍ່ໄດ້ອັງເຊີນລົງຫົດສົງ ຕາມປົກກະຕິ ຄືດັງທຸກໆປີທີຜ່ານມາ

ແຕ່ທາງພຣະສົງ ການນຳ ແລະຜູ້ຊົງຄຸນນະວຸດ ກໍ່ໄດ້ເຮັດພິທີໃຫ້ຖືກຕ້ອງຄອງທັມ ເພື່ອຄວາມເປັນສິຣິມຸງຄຸນແກ່ປວງຊົນ ແລະປະເທດຊາດບ້ານເມືອງໃຫ້ພົ້ນຜ່ານພະຍາດໂລຄາ ໃຫ້ຈາງຫາຍໄປ.

ຕອນເຊົ້າ​ວັນສຸກ​ ວັນທີ​ 17 ເມສາ 2020​ ເວລາ​ 09:00​ ໂມງ​ ທີ່​ ຫໍພຣະບາງ ໃນຫໍພິພິທະພັນແຫ່ງຊາດ​ ຫຼວງພຣະບາງ​ ໃນວາຣະດິຖີປີໃໝ່ລາວ ຈສ​ 1382​ (ພສ​ 2563) ຄະນະສົງ​ ພ້ອມດ້ວຍການນໍາພັກ-ລັດ​ ຂັ້ນແຂວງ, ຂັ້ນນະຄອນຫຼວງພຣະບາງ, ເຖົ້າແກ່ແນວໂຮມ ແລະພາກສ່ວນກ່ຽວຂ້ອງ ໄດ້ພ້ອມກັນໄຫວ້ພຣະບາງ,​ ຖວາຍສັກກາຣະ ຄອບໄຂ່ວ​ອົງພຣະບາງເຈົ້າ.

ຊຶ່ງປີນີ້ບໍ່ໄດ້ອາຣາທະນາອັງເຊີນລົງ ໃຫ້ມວນຊົນໄດ້ຮົດສົງຂໍພອນເໝືອນທຸກໆປີທີ່ຜ່ານມາ​ ອີງໃສ່ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19.​

ດັ່ງນັ້ນ​ ຄະນະສົງ, ການນຳ ແລະຜູ້ເຂົ້າຮ່ວມໄດ້ເຮັດພິທີຟິດນໍ້າຮົດສົງຢູ່ກັບແທ່ນບັນລັງ ພ້ອມຄາຣະວະສົມມາອົງພຣະບາງເຈົ້າ ແລະຂໍພອນໃຫ້ອົງພຣະເຈົ້າປົກປັກຮັກສາ ຊາວນະຄອນຫຼວງພຣະບາງ​ ກໍຄືຊາວໂລກໃຫ້ຢູ່ດີມີແຮງ​ ແລະມີຄວາມສຸກຊຸ່ມຮົ່ມເຢັນ.

​ ຍໍມືຂໍພອນເອົາເດີທຸກຄົນ.

ແຫຼ່ງຂໍ້ມູນ: ນະຄອນຫລວງພຣະບາງ Luangprabang City ຮູບພາບຈ : Khamlar Inthavongsack

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,