ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 2 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ໂຄງການເຂື່ອນໄຟຟ້ານໍ້າເທີນ I ຈະເລີ່ມການຊື້ຂາຍໄຟຟ້າໃນເດືອນພຶດສະພາ ປີໜ້າ



ໂຄງການເຂື່ອນໄຟຟ້ານໍ້າເທີນ I ຕັ້ງຢູ່ແມ່ນໍ້າກະດິງ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ ມາຮອດປັດຈຸບັນສໍາເລັດແລ້ວ 85%

ແລະຈະເລີ່ມການຊື້ຂາຍໃນເດືອນ ພຶດສະພາ 2022 ໃຫ້ກັບ ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (EGAT) ແລະ ຂາຍໃຫ້ລັດວິສະຫະກິດ ໄຟຟ້າລາວ

ເຊິ່ງມູນຄ່າໃນການກໍ່ສ້າງຫຼາຍກວ່າ 1,3 ຕື້ໂດລາສະຫະລັດ,ໃນນີ້ 70% ແມ່ນເງິນກູ້ຈາກກຸ່ມທະນາຄານໃນປະເທດໄທ ແລະ 30% ແມ່ນສົມທົບທຶນຈາກ ຜູ້ຮ່ວມຮຸ້ນ…ອ່ານຕໍ່

ພົບລະເບີດ ເກືອບ 800 ປອນ ທີ່ແຂວງຄຳມ່ວນ



ທີມງານເກັບກູ້ລະເບີດຂອງອົງການແມັກ ທີ່ປະຈໍາຢູ່ແຂວງຄໍາມ່ວນ ໄດ້ເກັບກູ້ລະເບີດຂະໜາດໃຫຍ່ນໍ້າໜັກ 750 ປອນ ຫຼື 340 ກິໂລ ເມື່ອບໍ່ດົນມານີ້ ຢູ່ໃນປ່າ ໃກ້ກັບບ້ານໜອງບົວ ແຂວງຄໍາມ່ວນ

ເຊິ່ງຖ້ານັບແຕ່ເດືອນກັນຍາ 2020 ຮອດປັດຈຸບັນນີ້ ທີມງານອົງການແມັກ ໄດ້ທໍາລາຍລະເບີດຊະນິດຕ່າງໆຈໍານວນ 2.276 ໜ່ວຍແລ້ວ ຢູ່ແຂວງ ຄໍາມ່ວນ…ອ່ານຕໍ່

ກະຊວງສາທາລະນະສຸກເລີ່ມເປີດລົງທະບຽນໃຫ້ກຸ່ມເປົ້າໝາຍ ຮັບວັກຊີນກັນພະຍາດໂຄວິດ-19 ຟຣີ ແລ້ວ



ກະຊວງສາທາລະນະສຸກໄດ້ອອກແຈ້ງການເຊີນປະຊາຊົນໃນບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ສາມາດມາລົງທະບຽນຮັບວັກຊີນກັນພະຍາດໂຄວິດ-19 ທີ່ໂຮງໝໍ ມິດຕະພາບ, ນະຄອນຫຼວງ ວຽງຈັນ ວັນທີ 2-3 ມີາ 2021

ເຊິ່ງຕະມີ ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ ຜູ້ທີ່ເຮັດວຽກໃນຂົງເຂດທີ່ມີຄວາມຈໍາເປັນເພື່ອຮັກສາສະພາບເສດຖະກິດສັງຄົມໃຫ້ດໍາເນີນໄປເປັນປົກກະຕິຄື

ພະນັກງານ, ຕໍາຫຼວດ ຫຼື ທະຫານປະຈໍາດ່ານ, ຄູອາຈານ, ລັດຖະກອນ, ໄອຍະການ, ພະນັກງານໃນຂົງເຂດຂົນສົ່ງມວນຊົນ, ພະລັງງານ, ບໍ່ແຮ່, ໄຟຟ້າ, ນໍ້າປະປາ, ການເງິນການທະນາຄານ, ເຈົ້າໜ້າທີ່ພາສີ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...