ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 2 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງຄຳມ່ວນ ຈັດກິດຈະກຳປັ່ນລົດຖີບ ເພື່ອປູກຈິດສຳນຶກໃຫ້ຂັບຂີ່ປອດໄພ



ກິດຈະກໍາປັ່ນລົດຖີບ ເພື່ອສຸຂະພາບທີ່ແຂວງຄຳມ່ວນ ເນື່ອງໃນໂອກາດເປີດງານຊັບປະດາແຫ່ງຊາດດ້ານຄວາມປອດໄພ ພາຍໃຕ້ຫົວຂໍ້ “ຂັບຂີ່ປອດໄພຕ້ອງໃສ່ສາຍຮັດນິລະໄພ”

ເພື່ອເປັນການປູກຈິດສຳນຶກໃຫ້ບັນດານັກຂັບຂີ່, ບັນດາຜູ້ທີ່ໃຊ້ລົດ ໃຊ້ຖະໜົນທັງຫລາຍ ໂດຍສະເພາະແມ່ນກຸ່ມສ່ຽງເຊັ່ນ : ຊາວໜຸ່ມ-ເຍົາວະຊົນ, ກຳມະກອນ ໃຫ້ເຂົ້າໃຈ ເຖິງຄວາມໝາຍຄວາມສໍາຄັນໃນການປ້ອງກັນການເກີດອຸບັດຕິເຫດໃນເວລາຂັບຂີ່ຍານພາຫະນະ…ອ່ານຕໍ່

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫຼຸບວຽກງານທີ່ເຮັດສຳເລັດໃນປີ 2020



ທີ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມສະຫລຸບວຽກງານຊາວໜຸ່ມ ປະຈຳປີ 2020 ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ກະຊວງ ຖວທ ໄດ້ຍຶດຖືເອົາການນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຊາວໜຸ່ມ-ໄວໜຸ່ມຂອງຕົນດ້ວຍການສ້າງໂອກາດ, ຈັດຕັ້ງ ແລະ ຊຸກຍູ້-ສົ່ງເສີມຮຽນຮູ້ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ

ວິຖີດຳລົງຊີວິດ, ສິລະປະວັດທະນະທຳ, ກິລາກາຍະກຳ, ການຊ່ວຍເຫລືອສັງຄົມ, ສຶກສາມູນເຊື້ອຂອງພັກ, ຂອງທ່ານຜູ້ນໍາ, ຮຽນຮູ້ທິດສະດີ, ວິທະຍາສາດ, ເທັກໂນໂລຊີທີ່ກ້າວໜ້າຂອງຍຸກສະໄໝ

ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ມູນເຊື້ອ, ແນວທາງນະໂຍບາຍ ແລະ ສຳມະນາວິທະຍາສາດ ໃນຫົວຂໍ້ຕ່າງໆທີ່ອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງຕ່າງໆຈັດຕັ້ງຂຶ້ນ ລວມ 14 ຄັ້ງ…ອ່ານຕໍ່

ທ່ານຮອງເຈົ້າເມືອງ-ເມືອງນອງ ພ້ອມຄະນະລົງພົບປະໂອ້ລົມຊຸກຍູ້ວຽກງານການຜະລິດຢູ່ບ້ານຕະຫຼຸງ



ບ້ານຕະຫຼຸງປະກອບມີ 66 ຫຼັງຄາເຮືອນ, 77 ຄອບຄົວ, ພົນລະເມືອງມີ 414 ຄົນ, ຍຶດຖືອາຊີບປູກຝັງລ້ຽງສັດປະເພດຕ່າງໆໃນນີ້ເນື້ອທີ່ນາມີ 2 ເຮັກຕາ, ປູກຢາງໂບງ 3 ເຮັກຕາ ແລະລ້ຽງສັດ

ຈາກນັ້ນບັນດາຫົວໜ້າຫ້ອງການຕ່າງໆກໍ່ໄດ້ມີຄຳເຫັນແລກປ່ຽນບົດຮຽນຫາຊ່ອງທາງ ແກ້ໄຂບັນຫາທີ່ພົບຄວາມຫຍຸ້ງຍາກຕ່າງໆ ສົ່ງເສີມໃຫ້ເອື້ອຍນ້ອງແມ່ຍິງຕຳຫູກທີ່ເປັນເອກະລັກຂອງເຜົ່າ ມີສ່ວນຮ່ວມປົກປັກຮັກສາເປັນເຈົ້າການໃນການພັດທະນາ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...