ດ່ວນ!​ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 28 ຄົນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ  ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ:

ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ໃນນັ້ນ ມີຜູ້ຕິດເຊ້ືອຈາກ ນະຄອນຫລວງວຽງຈັນ 26 ຄົນ ແລະ ແຂວງຈຳປາສັກ 2 ຄົນ

  1. ຮ້ານນວດ 1111 ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 2 ຄົນ;​
  2. ຮ້ານ Diamond Karaoke ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 0 ຄົນ;
  3. ຮ້ານ Marina Night Club ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 3 ຄົນ;
  4. ຮ້ານອາຫານ Funny89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 1 ຄົນ;
  5. ຮ້ານ Bar and Karaoke 8118 ມີຜູ້ຕິດເຊື້ອ 01 ຄົນ, ເພດຍິງ: 0 ຄົນ;
  6. ກິນເຫຼົ້າຊຸມແຊວຢູ່ສະຖານທີຕ່າງໆ (ອູ່ລົດໂພນຕ້ອງ,​ ຊຸມແຊວບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໄຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ
  • ຜູ້ຕິດເຊ້ືອຈາກ ແຂວງຈຳປາສັກ ຈໍານວນ 02 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ. ປະຈຸບັນ ຜູ້ຕິດເຊື້ອທັງ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ.

ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ

  • ຜູ້ຕິດເຊ້ືອຈາກ ແຂວງຈຳປາສັກ ຈໍານວນ 02 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ.
  • ປະຈຸບັນ ຜູ້ຕິດເຊື້ອທັງ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ.

ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.