Saturday, February 8, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 20 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຮອງເຈົ້າເມືອງໄຊບູລີ ລົງຕິດຕາມຊຸກຍູ້ການກໍ່ສ້າງຂົວຂ້າມຫ້ວຍສອຍ



ເປັນຂົວລະຫວ່າງບ້ານ ທ່າຂາມ ຫາ ບ້ານ ໜອງເຮືອທອງ ການກໍ່ສ້າງນີ້ກໍ່ເພື່ອເປັນການພັດທະນາລະບົບພື້ນຖານໂຄງລ່າງ ໃຫ້ມີຄວາມແໜ້ນໜາຖາວອນຂຶ້ນກວ່າເກົ່າ, ຕິດພັນກັບການພັດທະນາເສດຖະກິດສັງຄົມຂອງ ເມືອງ ໄຊບູລີ ແຂວງສະຫວັນນະເຂດ

ເນື່ອງຈາກໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຊ່ວງລະດູຝົນໃນແຕ່ລະປີທີ່ຜ່ານມາ ຊາວບ້ານຈຶ່ງໄດ້ລະດົມທຶນເຂົ້າໃນການກໍ່ສ້າງຂົ້ວແຫ່ງນີ້ ເຊິ່ງມີຄວາມຍາວ 15 ແມັດ ແລະ ກວ້າງ 4,2 ແມັດ, ມູນຄ່າໃນການກໍ່ສ້າງ 46,501,000 ກີບ ແລະມີອີກຫຼາຍພາກສ່ວນຊ່ວຍສະໜັບສະໜູນ…ອ່ານຕໍ່

ເມົາແລ້ວຂັບ ຫຍັງເປັນສາເຫດທີ່ເຮັດໃຫ້ມີອຸບັດຕິເຫດ



ໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ 2021 ທີ່ຜ່ານມາ ທົ່ວແຂວງອັດຕະປື ມີອຸບັດຕິເຫດເກີດຂື້ນທັງໝົດ 10 ລາຍ ເຊິ່ງມີເມືອງສາມັກຄີໄຊ ເກີດຂື້ນ 6 ຄັ້ງ,ເມືອງ ພູວົງ 3 ຄັງ​,ເມືອງໄຊເສດຖາ 1 ຄັ້ງ

ສໍາລັບສະພາບຂອງການເກີດອຸບັດຕິເຫດສ່ວນໃຫຍ່ທີ່ເກີດຂື້ນແມ່ນຍ້ອນຜູ້ຂັບຂີ້ດື່ມສິ່ງມືນເມົາ,ຂີ່ລົດໄວ ແລະ ການບໍ່ເຄົາລົບລະບຽບການສັນຈອນ,ເມື່ອທຽບໃສ່ປີຜ່ານມາຖືວ່າອຸບັດຕິຫຼຸດລົງຫຼາຍ…ອ່ານຕໍ່

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: