ເປີດທາມລາຍ! ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 59 ແລະ 60

ອີງຕາມຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວໃນວັນທີ 20 ເມສາ 2021 ໃຫ້ຮູ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ +2 ກໍລະນີ

ກໍລະນີຢັ້ງຢືນທີ 59

ເປັນເພດຍິງ, ອາຍຸ: 25 ປີ, ສັນຊາດລາວ, ອາຊີບນັກສຶກສາ, ທີ່ຢູ່ປະຈຸບັນ ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 19 ຄົນ

ປະຫວັດການເຄື່ອນໄຫວ

ວັນທີ 6 ເມສາ 2021
– ໝູ່ຂອງເອື້ອຍຮັກ 2 ຄົນ (ເພດຊາຍ) ລັກລອບຂີ່ເຮືອຂ້າມມາຈາກປະເທດໄທ ແລະ ເຂົ້າພັກຢູ່ບ້ານພັກ ໂຮງແຮມສາຍແພໄໝ 2 ຢູ່ແຂວງສະຫັວນນະເຂດ ແລ້ວໄດ້ມາພົບເອື້ອຍຮັກ ຂອງຜູ້ກ່ຽວ, ທັງ 3 ຄົນ ໄດ້ໄປຮ້ອງຄາຣາໂອເກະ (ບໍ່ຊື່ຮ້ານ). ເວລາ 20:30 ໂມງ ຈຶ່ງໄດ້ຂຶ້ນລົດຈາກຄິວລົດແຂວງສະຫວັນນະເຂດມານະຄອນຫຼວງວຽງຈັນ.
ວັນທີ 7 ເມສາ 2021
ເວລາ 5:40 ໂມງເຊົ້າ ເດີນທາງມາຮອດນະຄອນຫຼວງວຽງຈັນ, ທັງ 3 ຄົນ ເດີນທາງໄປຮ້ານຄາຣາໂອເກະ 8118 ຕັ້ງຢູ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ຫຼັງຈາກນັ້ນ ເຂົ້າພັກຢູ່ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ

ວັນທີ 8 ເມສາ 2021
– ຜູ້ກ່ຽວ ໄດ້ຮັບທັງ 3 ຄົນຢູ່ໂຮງແຮມດັ່ງກ່າວ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ວັນທີ 9 ເມສາ 2021
– ຕອນແລງ ໄດ້ເດີນທາງໄປຮັບທັງ 3 ຄົນ ຢູ່ໂຮງແຮງດັ່ງກ່າວ ໄປວັດສີເມືອງ, ເມືອງສີສັດຕະນາກ ແລະ ກັບໄປສົ່ງພວກກ່ຽວຢູ່ໂຮງແຮມຄືນ.
– ຫຼັງຈາກນັ້ນ ຜູ້ກ່ຽວ ເດີນທາງໄປຮຽນພາສາອັງກິດຢູ່ໂຮງຮຽນ Vientiane College.
– ຕອນຄໍ່າ ມາຮັບທັງ 3 ຄົນຢູ່ໂຮງແຮມ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຈົນຮອດເວລາປິດຮ້ານ ແລະ ໄປສົ່ງພວກກ່ຽວຢູ່ໂຮງແຮມ.

ວັນທີ 11 ເມສາ 2021
– ຕອນຄ່ຳ ຜູ້ກ່ຽວໄດ້ຮັບຂ່າວວ່າ ທັງ 3 ຄົນ ເດີນທາງໄປສະຖານທີ່ບັນເທິງ WhatClub ແລະ ໄປຮ້ານຄາຣາໂອເກະ 8118.

ວັນທີ 12 ເມສາ 2021
– ຕອນບ່າຍ ຜູ້ກ່ຽວພາທັງ 3 ຄົນໄປຮ້ານນວດ 111 ຢູ່ບ້ານໜອງບອນ, ພາຍຫຼັງນວດແລ້ວ ໄດ້ພາກັນໄປກິນເຂົ້າປຽກໄກ່ຜູ້ໂອກ ຢູ່ໃນປ້ຳນ້ຳມັນສີບຸນເຮືຶອງ (ໃຊ້ເວລາ 1 ຊົ່ວໂມງ) ແລະ ກັບໄປສົ່ງທັງ 3 ຢູ່ໂຮງແຮມ.
– ຕອນຄ່ຳ ຜູ້ກ່ຽວ ແລະ ເອື້ອຍຮັກ ເດີນທາງໄປກິນປິ້ງປາໝຶກ ຢູ່ທ່ົງຂັນຄຳ, ຕໍ່ໜ້າສະຖານີດັບເພິງ, ເມືອງຈັນທະບູລີ.

ວັນທີ 13 ເມສາ 2021
– ໝູ່ເອື້ອຍຮັກທັງ 2 ຄົນ ມີໄຂ້ ແລະ ເມື່ອຍ. ບໍ່ໄດ້ພົບກັບຜູ້ກ່ຽວ.

ວັນທີ 14-15 ເມສາ 2021
– ຜູ້ກ່ຽວຮູ້ສຶກເມື່ອຍ

ວັນທີ 16-17 ເມສາ 2021
– ທັງ 3 ຄົນ ອອກຈາກໂຮງແຮມ (ບໍ່ຮູ້ເດີນທາງດ້ວຍວິທີໃດ) ໄດ້ກາຍຂີີ່ລົດກາຍບ້ານໝາກນາວ ມາຂຶ້ນເຮືອ ໄປທ່າບໍ່, ແຂວງໜອງຄາຍ, ປະເທດໄທ.
– ຜູ້ກ່ຽວໄດ້ຮັບໂທລະສັບ ວ່າ ທັງ 3 ຄົນ ຕິດເຊື້ອ COVID-19 ແລະ ໜຶ່ງໃນໝູ່ເອື້ອຍຮັກ ມີອາການໜັກ.
– ຜູ້ກ່ຽວເດີນທາງໄປກວດຢູ່ໂຮງໝໍລາວຫວຽດ ດ້ວຍອາການໄຂ້, ເມື່ອຍ, ຖອກທ້ອງ ແລະ ໄດ້ຢາຈຳນວນໜຶ່ງມາກິນຢູ່ບ້ານ ອາການດີຂຶ້ນ.

ວັນທີ 19 ເມສາ 2021
– ເດີນທາງມາກິນເຂົ້າຢູ່ເຮືອນໝູ່ ມີ 3 ຄົນ (ລວມທັງຜູ້ກ່ຽວ).
– ຮູ້ສຶກອ່ອນເພຍ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ, ຖືກເກັບຕົວຢ່າງ ແລະ ເຂົ້ານອນແຍກປ່ຽວ
– ຜົນກວດວິເຄາະ ແມ່ນພົບເຊື້ອ COVID-19
– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ

ກໍລະນີຢັ້ງຢືນທີ 60

ເປັນເພດຍິງ, ອາຍຸ: 28 ປີ, ສັນຊາດລາວ, ອາຊີບແມ່ເຮືອນ, ທີ່ຢູ່ປະຈຸບັນ ບ້ານ ນາຊອນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ

ປະຫວັດການເຄື່ອນໄຫວ

ວັນທີ 7 ເມສາ 2021
– ເສີມດັງຢູ່ກຸງເທບ

ວັນທີ 8-9 ເມສາ 2021
– ບໍ່ໄດ້ເດີນທາງໄປໃສ

ວັນທີ 10 ເມສາ 2021
– ມີໄຂ້, ເຈັບຄໍ, ໄອ ແລະ ຖ່າຍແຫຼວເປັນມູກ

ວັນທີ 11-17 ເມສາ 2021
– ບໍ່ໄດ້ເດີນທາງໄປໃສ

ວັນທີ 18 ເມສາ 2021
– ຂຶ້ນລົດແທັກຊີຈາກກຸງເທບ ມາຮອດ ໜອງຄາຍ, ຫຼັງຈາກນັ້ນ ມີຄົນໄທຕິດຕໍ່ຜູ້ຂັບເຮືອ ໃຫ້ມາສົ່ງຢູ່ຝັ່ງລາວ ແລະ ມີລົດມາສົ່ງຜູ້ກ່ຽວຢູ່ທ່າເຮືອ.

ວັນທີ 19 ເມສາ 2021
– ຂ້າມເຮືອນ້ອຍມາຮອດຝັ່ງລາວ ຢູ່ເຂດເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີລົດຮູນໃດ ມາຮັບເອົາຜູ້ກ່ຽວ.
– ຜູ້ກ່ຽວແວ່ໄປຫາໝູ່ ຢູ່ເຂດຊ້າງສາມຫົວ.
– ຈ້າງລົດຕຸກໆ ໄປກວດຢູ່ໂຮງໝໍມະໂຫສົດ ເພື່ອຂໍກວດຊອກຫາ COVID-19, ແພດແນະນຳໃຫ້ໄປກວດຢູ່ໂຮງໝໍມິດຕະພາບ. ເມື່ອມາຮອດໂຮງໝໍມິດຕະພາບໄດ້ຖືກເກັບຕົວຢ່າງກວດ.

ວັນທີ 20 ເມສາ 2021
– ຜົນກວດວິເຄາະ ພົບເຊື້ອ COVID-19
– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 148,745 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.