Thursday, May 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 19 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ທາງລົດໄຟ ລາວ-ຈີນ ສຳເລັດໂຄງການຜະລິດໝອນຮອງລາງແລ້ວ

ໂຮງງານຜະລິດຊິ້ນສ່ວນປະກອບທາງລົດໄຟ ບໍ່ເຕ່ນ-ນະຄອນຫລວງວຽງຈັນ ເຊິ່ງເປັນຜູ້ຮັບຜິດຊອບວຽກໝອນຮອງລາງທັງໝົດ 801.257 ທ່ອນ ແລະ ໝອນສັບລາງ 259 ຊຸດ

ແລະໄດ້ສ້າງວຽກເຮັດໃຫ້ແກ່ຄົນລາວ ເປັນຈໍານວນຫລວງຫລາຍ, ອັດຕາສ່ວນຂອງພະນັກງານຄົນລາວເຮັດວຽກ ຢູ່ສາຍການຜະລິດສູງກວມ 90% ເຊິ່ງຈະຫັນປ່ຽນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ ປະເທດເຊື່ອມໂຍງເຊື່ອມຈອດ…ອ່ານຕໍ່

ເບິ່ງຂ່າວຢ່າງມີສະຕິ ໂດຍສະເພາະເລື່ອງຂອງໂຄວິດ-19

ເມື່ອບໍ່ດົນມານີ້ ໄດ້ມີການສົ່ງຕໍ່ຂ່າວລືຄລິບສຽງຈາກວອດແອັບ ທີ່ເວົ້າວ່າຄະນະສະເພາະກິດໄດ້ ແຈ້ງມາມີ 3 ຄົນ ບໍ່ມາເອົາຜົນກວດທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ບ້ານໂພນຕ້ອງ, ບ້ານຈອມມະນີ ແລະ ສີວິໄລ

ເຊິ່ງຂໍ້ມູນຂ່າວໃນວອດແອັບທັງໝົດເປັນ ຂ່າວປອມບໍ່ມີມູນຄວາມຈິງຕາມທີ່ໄດ້ປ່ອຍຄລິບສຽງໃນວອດແອັບດັ່ງກ່າວ

ສະນັ້ນ, ທຸກຄົນຄວນພິຈາລະນາຢ່າງຄັກແນ່ກ່ອນຈະເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ເພາະມັນຈະເກີດຄວາມສັບສົນວຸ້ນວາຍໃຫ້ແກ່ສັງຄົມ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້