Saturday, January 25, 2025

ປະຫວັດການເຄື່ອນໄຫວ! ຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 55-58

  • ຜົນກວດວິເຄາະຜູ້ຕິດເຊື້ອໃໝ່ 4 ຄົນ ເຊິ່ງລາຍລະອຽດ ດັ່ງຕໍ່ໄປນີ້:

ກໍລະນີຢັ້ງຢືນທີ 55

ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ບາງກອກ ປະເທດໄທ ມີລູກສາວ ອາຍຸ 1 ປີ 10​ ເດືອນ ແລະ ຜົວ (ຍັງເຮັດວຽກຢູ່ຮ້ານອາຫານຢູ່ບາງກອກ) ທີ່ຢູ່ປະຈຸບັນ: ເມືອງຫີນບູນ, ແຂວງຄຳມ່ວນ

ປະຫວັດການເຄື່ອນໄຫວ:

  • ວັນທີ 14 ເມສາ 2021 ຜູ້ກ່ຽວ ແລະ ລູກສາວ ຂື້ນລົດໂດຍສານ ຢູ່ບາງກອກ, ປະເທດໄທ, ມີຜູ້ໂດຍສານທັງໝົດ 9 ຄົນ (ລວມທັງຜູ້ກ່ຽວ ແລະ ລູກສາວ) ມາສະຖານີຂົນສົ່ງ ນະຄອນພະນົມ, ມາຮອດ ສປປ ລາວ ຜ່ານດ່ານ ຂົວມິດຕະພາບແຫ່ງທີ 3 (ເຂົ້າມາຖືກຕາມລະບຽບຫຼັກການ) ແລະ ຖືກຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນເມືອງທ່າແຂກ
  • ວັນທີ 15 ເມສາ 2021 ເວລາ 17:30 ໂມງ, ໄດ້ຖືກເກັບຕົວຢ່າງມາກວດ ຢູ່ໂຮງໝໍແຂວງຄຳມ່ວນ.ເວລາ 22:00 ໂມງ,​ ມີໄຂ້ ແທກອຸນຫະພູມໄດ້ 37.9 ອົງສາ ຈຶ່ງໄດ້ກິນຢາປາຣາ, ອາການດີຂຶ້ນ
  • ວັນທີ 16 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19. ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວ ຢູ່ສະຖານທີ່ປິ່ນປົວ ທີ່ທາງແຂວງກຳນົດໄວ້. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 4 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ

ກໍລະນີຢັ້ງຢືນທີ 56

ເພດຊາຍ,​ ອາຍຸ: 32 ປີ, ສັນຊາດ: ລາວ, ອາຊີບ:​ ຂາຍເຄື່ອງນອນ ຢູ່ແຖວວົງວຽນໃຫຍ່, ຖະໜົນຈັກກະເພັດພາອຸລັດ,​ ບາງກອກ, ປະເທດໄທ.ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອ COVID-19

ປະຫວັດການເຄື່ອນໄຫວ

  • ວັນທີ 7 ເມສາ 2021 ອອກເດີນທາງຈາກ ບາງກອກ, ປະເທດໄທ ດ້ວຍລົດໂດຍສານຈາກສະຖານີໝໍຊິດ ເວລາ 19:00​ ໂມງ, ຕະຫຼອດໄລຍະການເດີນທາງ ຜູ້ກ່ຽວໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ
  • ວັນທີ 8 ເມສາ 2021 ເດີນທາງມາຮອດ ແຂວງມຸກດາຫານ ເວລາ 5:00​ ໂມງເຊົ້າ ມີຜູ້ໂດຍສານຮ່ວມເດີນທາງທັງໝົດ 32 ຄົນ.ຂ້າມດ່ານ ຂົວມິດຕະພາບແຫ່ງທີ​ 2 ແລະ ມາຮອດ ແຂວງສະຫວັນນະເຂດ ເວລາ​ 8:00​ ໂມງເຊົ້າ (ເຂົ້າມາຖືກຕາມລະບຽບຫຼັກການ) ພ້ອມດຽວກັນ ກໍ່ຖືກສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນຜູ້ກ່ຽວຮູ້ສຶກເຈັບຫົວ ໄດ້ກິນຢາປາຣາ, ອາການດີຂຶ້ນ. ໄດ້ຖືກເກັບຕົວຢ່າງກວດຫາເຊື້ອ, ຜົນກວດແມ່ນ ບໍ່ພົບເຊື້ອ COVID-19.
  • ວັນທີ 14 ເມສາ 2021 ເວລາ 13:45 ໂມງ ຜູ້ກ່ຽວໄດ້ຈ້າງລົດສາມລໍ້ ມາຄິວລົດສະຫວັນນະເຂດ ນັ່ງມານຳກັນ 4 ຄົນ​ (ລວມທັງຜູ້ກ່ຽວ), ໃນນັ້ນ 1 ຄົນ ຢູ່ເມືອງສອງຄອນ, ທີ່ເຫຼືອ ບໍ່ຮູ້ວ່າມາຈາກເມືອງໃດ. ຫຼານຜູ້ກ່ຽວມາຮັບ ຢູ່ຄິວລົດປາກຊ່ອງ ແລະ ມາຮອດເຮືອນ ເວລາ 17:00 ໂມງ, ຫຼັງຈາກນັ້ນ 1 ຊົ່ວໂມງຕໍ່ມາ ຜູ້ກ່ຽວຮູ້ສຶກໄຂ້ ຈຶ່ງກິນຢາປາຣາໃສ່. ໃນໄລຍະຢູ່ເຮືອນ ມີຄົນມາຫາ 3 ຄົນ ແລະ ໄດ້ກິນເຂົ້າຮ່ວມກັນ.
  • ວັນທີ 15 ເມສາ 2021 ມີໄຂ້, ໄອ ຈຶ່ງມາກວດຢູ່ໂຮງໝໍສອງຄອນ, ຖືກແຍກປ່ຽວ ແລະ ຕິດອາການ
  • ວັນທີ 16 ເມສາ 2021 ເກັບຕົວຢ່າງກວດຊອກຫາເຊື້ອອີກຄັ້ງ, ຜົນກວດວິເຄາະ ພົບເຊື້ອ COVID-19 ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 8 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢືນທີ 57

ເພດຊາຍ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດຮ້ານອາຫານ ຢູ່ເຂດລາມກຳແຫງລາດພ້າວ, ປະເທດໄທ. ທີ່ຢູ່ປະຈຸບັນ: ເມືອງສອງຄອນ, ແຂວງສະຫວັນນະເຂດ ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອ COVID-19.

ປະຫວັດການເຄື່ອນໄຫວ

  • ວັນທີ 14 ເມສາ 2021 ເວລາ​ 19:00 ໂມງ ເດີນທາງອອກຈາກບາງກອກ, ປະເທດໄທ ພ້ອມດ້ວຍໝູ່ 1 ຄົນ (ເປັນຄົນແຂວງສະຫວັນນະເຂດ) ດ້ວຍລົດໂດຍສານ ຢູ່ສະຖານີລົດໝໍຊິດ, ມີຜູ້ໂດຍສານຮ່ວມເດີນທາງ 28 ຄົນ.
  • ວັນທີ 15 ເມສາ 2021 ມາຮອດມຸກດາຫານ ເວລາ 06:30 ໂມງເຊົ້າ​ ແລະ ຂ້າມດ່ານມາແຂວງສະຫວັນນະເຂດ (ເຂົ້າມາຖືກຕາມລະບຽບຫຼັກການ) ຜູ້ກ່ຽວມີໄອ, ເຈັບຄໍ ແລະ ກິນອາຫານບໍ່ຮູ້ລົດຊາດ. ໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຖືກສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກໍານົດໄວ້ ໃນນະຄອນໄກສອນ.
  • ວັນທີ 16 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19 ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ, ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 20 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢືນທີ 58

ເພດຍິງ, ອາຍຸ: 25 ປີ, ສັນຊາດ:​ລາວ,​ ອາຊີບ: ແມ່ບ້ານ ເຮັດວຽກຢູ່ເມືອງສີລາຊາ, ແຂວງຊົນບູລີ, ປະເທດໄທ. ທີ່ຢູ່ປະຈຸບັນ: ເມືອງບໍລິຄັນ, ແຂວງບໍລິຄຳໄຊ.

ປະຫວັດການເຄື່ອນໄຫວ

  • ວັນທີ 6 ເມສາ 2021 ຂຶ້ນຍົນຈາກສະໜາມບິນສົງຂາ ມາຫາ ສະໜາມບິນອຸດອນ. ຂຶ້ນລົດແທັກຊີ (ໃນລົດມີ 4 ຄົນ: ຄົນຂັບລົດ, ໝູ່ 2 ຄົນ ແລະ ຜູ້ກ່ຽວ) ມານອນຢູ່ລີສອດບຶງການ, ປະເທດໄທ.
  • ວັນທີ 6 –​ 13 ເມສາ 2021 ພັກຢູ່ລີສອດບຶງການ,​ ປະເທດໄທ
  • ວັນທີ 14 ເມສາ 2021 ຜູ້ກ່ຽວໄດ້ໃຫ້ພີ່ນ້ອງເອົາລົດສ່ວນຕົວ ມາສົ່ງຂຶ້ນເຮືອ (ໃນລົດມີພີ່ນ້ອງ 1 ຄົນ ແລະ ຕົນເອງ). ເວລາ06:00 ໂມງເຊົ້າ ຜູ້ກ່ຽວມາຂຶ້ນເຮືອຢູ່ເຂດບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວ ຂ້າມມາຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ. ເວລາ 8:00 ໂມງເຊົ້າ ຜູ້ຂັບເຮືອຈອດລົດໄວ້ທ່າປາກກະດິງ ແລະ ເມຍຜູ້ຂັບເຮືອຂີ່ລົດຈັກຮັບເອົາຜູ້ຕິດເຊື້ອນ້ຳເບີ 58 ໄປພັກຢູ່ບ້ານຂອງຕົນຊົ່ວຄາວ. ຫຼັງຈາກນັ້ນ ຜູ້ກ່ຽວ ກໍ່ໄດ້ຂຶ້ນລົດວີໂກ້ນຳເຈົ້າຂອງເຮືອ ໂດຍມີລູກເຈົ້າຂອງເຮືອ ອາຍຸ 4 ປີນັ່ງໄປນຳ ແລະ ໄດ້ໄປສົ່ງຜູ້ກ່ຽວຮອດ ເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວ ຂີ່ລົດຈັກມາລໍຖ້າ ແລະ ພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.
  • ວັນທີ 15 ເມສາ 2021 ຖືກເກັບຕົວຢ່າງມາກວດຫາເຊື້ອ
  • ວັນທີ 16 ເມສາ 2021 ຜົນກວດວິເຄາະ ພົບເຊື້ອ COVID-19 ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ

ປັດຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອລວມທັງໝົດ 58 ຄົນ, ປິນປົວຢູ່ທີ່ໂຮງໝໍ 9 ຄົນ , ປິນປົວຫາຍດີ 49 ຄົນ

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ