ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 13 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ປກສ ເມືອງສັງທອງໄດ້ຈູດທໍາລາຍສິນຄ້າສິນຄ້າທີ່ລັກລອບນໍາເຂົ້າຈາກປະເທດໄທ



ປກສ ເມືອງສັງທອງ ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າຈະມີການລັກລອບເອົາສິນຄ້າຂ້າມມາແຕ່ປະເທດໄທເຂດບໍລິເວນບ້ານສຳພັນນາຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ລົງຕິດຕາມກວດກາ

ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາ ແລະ ພົບເຫັນຫອຍແຄງ ຈຳນວນ 5 ເປົາ, ໃບຂີ້ຫູດ 15 ເປົາ, ແກ່ນໝາກງາດຳ 6 ເປົາ ແລະ ກັກຕົວທ້າວ ຕີ ອາຍຸ 44 ປີ ປະຊາຊົນ ບ້ານສຳພັນນາ ຜູ້ທີ່ລັກລອບຂົນສິນຄ້າດັ່ງກ່າວມາສືບສວນ-ສອບສວນ…ອ່ານຕໍ່

ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ວຽກງານການສົ່ງງົວອອກ ຕ່າງປະເທດ ຢູ່ເມືອງສິງ



ທ່ານ ປອ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການສົ່ງງົວອອກຕ່າງປະເທດ ເມື່ອບໍ່ດົນມານີ້ ຢູ່ສູນກັກກັນພະຍາດສັດ 3 ບໍລິສັດ

ປັດຈຸບັນພວມກະກຽມ ນໍາງົວສົ່ງອອກຊຸດທໍາອິດ ຈໍານວນ 3.000 ໂຕ ອອກໄປ ສປ ຈີນ ເຊິ່ງບໍລິສັດຈະໄດ້ເລັ່ງປະກອບເອກະສານໃຫ້ສໍາເລັດໂດຍໄວ ແລະແຕ່ນີ້ຮອດປີ 2025 ສູ້ຊົນໃຫ້ໄດ້ 2ແສນໂຕຕໍ່ປີ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...