ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 13 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ການນຳແຂວງສາລະວັນ ລົງຢ້ຽມຢາມພົບປະໃຫ້ກຳລັງໃຈ ປະຊາຊົນໄດ້ຮັບຜົນກະທົບຈາກລົມພະຍຸ



ທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງສາລະວັນ ພ້ອມຄະນະ ແລະການນໍາຂອງເມືອງເລົ່າງາມ, ໄດ້ລົງຢ້ຽມຢາມພົບປະໂອ້ລົມໃຫ້ກຳລັງໃຈ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ລົມພະຍຸພັດເຮືອນ ເຊິ່ງມີທັງໝົດ 4 ບ້ານ

ເຊິ່ງໃນນັ້ນມີບ້ານດົງບັງ ໄດ້ຮັບຜົນກະທົບ ຈໍານວນ 50 ກວ່າຫຼັງ, ບ້ານຫ້ວຍຫູນເໜືອ ມີ 14 ຫຼັງຄາ, ບ້ານຫໍກອງ ມີ 14 ຫຼັງຄາ, ບ້ານອົ້ນໃຫຍ່ ມີ 13 ຄອບຄົວ, ລວມມູນຄ່າເສຍຫາຍທັງໝົດໃນ 4 ບ້ານປະມານ 8 ຮ້ອຍລ້ານກວ່າກີບ…ອ່ານຕໍ່

ລາວໂທລະຄົມ ມອບເງິນ ແລະ ເຄື່ອງນຸ່ງຫົ່ມ ໃຫ້ປະຊາຊົນບ້ານດົງບັງ



ທ່ານ ຖາວອນ ກິ່ງສັກດາ ຮັກສາການຫົວໜ້າບໍລິສັດລາວໂທລະຄົມ ມະນາຄົມ ມະຫາຊົນ ສາຂາ ແຂວງສາລະວັນ ພ້ອມຄະນະ ມອບເງິນມູນຄ່າ 3 ລ້ານກວ່າກີບ ແລະເຄື່ອງນຸ່ງຫົ່ມຈຳນວນໜຶ່ງ ທີ່ໄດ້ຈາກການລະດົມນຳອ້າຍເອື້ອຍນ້ອງພະນັກງານໃນບໍລິສັດ

ເພື່ອເປັນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃຫ້ພໍ່ແມ່ປະຊາຊົນ ບ້ານດົງບັງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ…ອ່ານຕໍ່

ແຂວງສາລະວັນ ກຽມພ້ອມໃຫ້ ປກສ ເຝົ້າລະວັງໃນຊ່ວງປີໃຫມ່



ທ່ານ ພອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ລາຍງານວ່າ ໄດ້ວາງກຳລັງລົງໄປປະຈຳຢູ່ໃນແຕ່ລະຈຸດທີໄດ້ກຳນົດ ແລະ ບັນດາເລົ່າລົບຕ່າງໆກໍ່ເຮັດໜ້າທີ່ວິຊາສະເພາະຂອງຕາມຄວາມຮັບຜິດຊອບໃຜລາວ

ເປັນຕົ້ນແມ່ນບັນຫາການມົ້ວສຸມຢາເສບຕິດ, ບັນຫາອຸປະຕິເຫດຕ່າງໆຕາມທ້ອງຖະຖົນ, ບັນຫາຂີ້ລັກ-ງັດເງະ ແລະບັນຫາອື່ນໆ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...